Upgrade to Pro — share decks privately, control downloads, hide ads and more …

Computer A Plus

Nirankoon
October 20, 2015
300

Computer A Plus

ເອກະສານປະກອບການຮຽນວິຊາ ຄອມພິວເຕີ A+ ໂດຍ ອາຈານ ກິຕາ ສິດທິຮັກປັນຍາ.

ຈຸດປະສົງລວມຂອງລາຍວິຊາ:
ສຶກສາກ່ຽວກັບອຸປະກອນຂອງ Hard ware ທີ່ມີມານໍາເຄື່ອງ Computers ປະເພດ
ເຄື່ອງ PC, ເຊິ່ງໄດ້ປະກອບມີ Case, Main board, CPU, RAM, Hard disk, DVD
Writer, Power Supply, UPS ແລະ ອຸປະກອນຕໍພ່ວງທີ ່ ໃຊ້ຮ່ວມກັນກັບເຄື່ອງ
Computers ເຊັ່ນ: Monitor, Mouse, Keyboard, Printer, Scanner, Speaker ແລະ
ອຸປະອື່ນໆ.

Nirankoon

October 20, 2015
Tweet

Transcript

  1. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 1 ວິຊາ: A+

    ຈຸດປະສົງລວມຂອງລາຍວິຊາ: ສຶກສາກ່ຽວກັບອຸປະກອນຂອງ Hard ware ທີ່ ມີມານ ໍາເຄື່ອງ Computers ປະເພດ ເຄື່ອງ PC, ເຊິ່ງໄດ້ປະກອບມີ Case, Main board, CPU, RAM, Hard disk, DVD Writer, Power Supply, UPS ແລະ ອຸປະກອນຕໍ່ພວງຕ່າງໆທີ່ ໃຊ້ຮ່ວມກັນກັບເຄື່ ອງ Computers ເຊັ່ ນ: Monitor, Mouse, Keyboard, Printer, Scanner, Speaker ແລະ ອຸປະອື່ນໆ. ບົດທີ 1 ເຄສ໌ (Case) ເຄສ໌ (Case) ຫຼື ແຊສຊີ (Chassis) ເປັນກ່ອງທີ່ ໃຊ້ສ ໍາລັບຕິດຕັ້ງຊີ້ນສ່ວນອຸປະກອນ ຂອງຄອມພິວເຕີເກືອບທັງໝົດ ເຊັ່ ນ: ຊີພີຍູ (CPU), ແຣມ (RAM), ເມນບອຣ໌ດ (Mainboard), ຮາຣ໌ດດິສກ໌ (Hard Disk), ຊີດີ/ດິວີດີໄດຣວ໌ (CD/DVD Drive), ເພົາເວີ ຊັບພລາຍ (Power Supply), ແລະ ກາຣ໌ດ (Card) ຕ່າງໆ ເອົາເຂົ້າໄວ້ຢູ່ພາຍໃນເພື່ ອ ຄວາມເປັນລະບຽບ. 1.1 ໂຄງປະກອບສ້າງຂອງເຄສ໌ (Case) ໂດຍປົກກະຕິແລ້ວເຄສ໌ (Case) ມ ັກຈະເຮັດມາຈາກວັດສະດຸຈ ໍ າພວກເຫຼັກ, ອາລູມີນຽມ ແລະ ພລາສຕິກ ຊຶ່ງໃນອະດີດຮູບລັກສະນະພາຍນອກຂອງມ ັ ນອາດເບິ່ງແລ້ວເປັນກ່ອງສີ່ ຫຼ່ຽມທ ໍາມະດາ, ແຕ່ໃນປັດຈຸບັນນີ້ຖືກອອກແບບໃຫ້ເບິ່ງແລ້ວສວຍງາມແປກປະຫຼາດຕາເຮັດໃຫ້ ເປັນຕາໜ້າໃຊ້ຍິ່ງຂື້ນ. ຮູບ ເຄສ໌ດ້ານໜ້າ ຮູບ ເຄສ໌ດ້ານັງ ຮູບ ອຸປະກອນພາຍໃນເຄສ໌
  2. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 2 1.2 ຮູບແບບລັກສະນະຂອງເຄສ໌

    (Case) ອີງຕາມການນິຍົມໃຊ້ເຄສ໌ (Case) ໂດຍທົ່ວໄປແລ້ວອາດຈະແບ່ງອອກເປັນຫລາຍຮູບ ແບບຕາມລັກສະນະຂອງການໃຊ້ວຽກດັ່ງນີ້:  ແບບຟູລທາວເວີຣ໌ (Full Tower) ເປັນເຄສ໌ແບບແນວຕັ້ງທີ່ ມີຂະໜາດໃຫ່ຍນ ໍ້ າໜັກ ຫຼາຍດັ່ງນັ້ນຈີ່ງມ ັ ກນິຍົມຕັ້ງຢູ່ກັບຟື້ນ ເຄສ໌ແບບນີ້ນິຍົມໄປໃຊ້ເຮັດເປັນເຄື່ອງ Server ເພາະໄດ້ອອກແບບມາໃຫ້ສາມາດໃສ່ອຸປະກອນຕ່າງໆ ເຊັ່ ນ Hard Disk ໄດ້ຫຼາຍອັນ.  ແບບມີດຽມທາວເວີຣ໌ (Medium Tower) ເປັນເຄສ໌ແບບແນວຕັ້ງທີ່ ມີຂະໜາດປານ ກາງເໝາະສ ໍາລັບຕັ້ງປະໄວ້ຢູ່ເທິງໂຕະ ຫຼືຢູ່ພື້ນກໍໄດ້ເພາະມີນ ໍ້ າໜັກບໍ່ຫຼາຍ ປັດຈຸບັນຖື ວ່າເຄສ໌ແບບນີ້ນິຍົມໃຊ້ກັນຢ່າງຫຼວງຫຼາຍ.  ແບບມິນິທາວເວີ (Mini Tower) ເປັນເຄສ໌ແບບແນວຕັ້ງຂະໜາດນອ້ຍເໝາະສົມ ສ ໍາລັບ Mainboard ຂະໜາດນ້ອຍທີ່ ຖືກຈ ໍ າກັດຈ ໍ ານວນສະຣ໌ອຕ (Slot) ໄວ້ພຽງ 2-3 Slot.  ແບບເດສກ໌ທ໌ອປ (Desktop) ເປັນເຄສ໌ແບບແນວນອນແລ້ວວາງຈໍພາບໄວ້ເທິງ Case ນິຍົມກັນໃຊ້ຢູ່ຕາມບໍລິສັດ ຫຼື ຢູ່ຕາມຫ້ອງການຕ່າງໆ.  ແບບມິນິພີຊີ (Mini-PC) ເປັນເຄສ໌ຂະໜາດນ້ອຍໆອາດມີທັງແບບວາງທາງແນວຕັ້ງ ແລະ ແນວນອນເໝາະສົມກັບ Mainboard ຂະໜາດນ້ອຍໆເຊັ່ ນ: FlexATX,LPX, ຫຼື NLX ແລະ ITX ເປັນຕົ້ນ. 1.3 ຂໍ້ດີ,ຂໍ້ເສຍຂອງເຄສ໌ (Case)ທີ່ ເປັນໂລຫະ ຫຼືອາລູມີນຽມແລະພຣາສຕິກ (Parastic ວັດຖຸທີ່ ມາໃຊ້ເຮັດCase ຂໍ້ດີ ຂໍ້ເສຍ ພລາສຕິກ ນ ໍ້ າໜັກເບົາ ແລະສາມາດອອກ ແບບໃຫ້ມີລູກຫຼີ້ນໃຫ້ສວຍໃດ້ ຕ້ອງລະວັງຄື່ ນແມ່ເຫຼັກໄຟຟ້າ ແຕ່ສາມາດ ປ້ອງກັນໄດ້ໂດຍໃນ Caseແບບພລາ ສຕິກຈະມີການໃສ່ແຜ່ນໂລຫະບາງໆ ໄວ້ຢູ່ ພາຍໃນ ຫຼືເຄືອບສານທີ່ ເປັນໂລຫະໄວ້ຢູ່ ພາຍໃນແທນຈິ່ງເຮັດໃຫ້ມີລາຄາສູງກ່ວາ ແບບໂລຫະ. ໂລຫະ ຫຼື ອລູມີນຽມ ລາຄາປະຫຍັດແຂງແຮງທົນ ທານ ແລະປ້ອງກັນສັນຍານລົບ ກວນໄດ້ດີ ມີນ ໍ້ າໜັກພໍສົມຄວນ ຫາກໄຟຟ້າຮົ່ວອາດ ມີອັນຕະລາຍໄດ້ ແລະຕົວ Case ມ ັ ກຈະ ມີຄວາມຄົມບາດມືໄດ້ໃນເວລາປະກອບຊີ້ ສ່ວນຕ່າງໆ. ຮູບ ເຄສ໌ທີ່ວາງຈໍພາບໄວ້ເທິງ
  3. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 3 ບົດທີ 2

    ເມນບອຣ໌ດ (Mainboard) ເມນບອຣ໌ດ (Mainboard) ເປັນໂຄງສ້າງຫຼັກຫຼືແຜງວົງຈອນຫຼັກພາຍໃນ Computer ເຮັດໜ້າທີ່ ເປັນສູນກາງໃນການເຊື່ອມຕໍ່ອຸປະກອນຕ່າງໆເຊັ່ ນວ່າ: CPU, RAM, Chipset, Hard Disk ແລະອຸປະກອນອື່ນເຂົ້າດ້ວນກັນ,ເຊິ່ງວ່າມາດຕະຖານໃນການອອກແບບໂຄງສ້າງ ຕ່າງໆເທິງ Mainboard ໂດຍຈະແຕກຕ່າງກັນໃນເລື່ ອງຂະໜາດຂອງ Mainboard, ຕ ໍ າແໜ່ງ ໃນການຈ ັດວາງຊີ້ນສ່ວນຂອງອຸປະກອນ ແລະຂົ້ວຕໍ່ (Port) ຕ່າງໆ ເປັນຕົ້ນສິ່ງເຫຼົ່ ານີ້ຈະມີຜົນ ຕໍ່ການອອກແບບ Case ຫຼືຕົວເຄື່ອງທີ່ ໃຊ້. ໃນອະດີດຮູບແບບຂອງ Mainboard ທີ່ ນິຍົມໃຊ້ກັນຈະເປັນແບບ AT(Advandced Technology) ເຊິ່ງມີໃນເຄື່ອງ PC ລຸ້ນທ ໍາອິດຂອງ IBM ແລະຕໍ່ມາກໍໄດ້ຖືກພັດທະນາໃຫ້ມີ ຂະໜາດນ້ອຍລົງໂດຍ Port ຕ່າງໆຈະຖືກຫັນນ໌ອດຍຶດຕິດໄວ້ກັບຕົວເຄື່ອງ ແລະຖືກເຊື່ອມຕໍ່ ໂດຍໃຊ້ສາຍແພສຽບລົງໃສ່ກັບ Mainboard , Mainboard ແບບນີ້ເອີ້ນວ່າ: Baby AT ເຊີ່ງຖືກໃຊ້ກັນມານານພໍສົມຄວນຈ ົນເຖິງມີມາດຕະຖານ ATX (Advanced Technology eXtended) ທີ່ ຜະລິດໂດຍ Intel ໃນປີ 1995 ເຊິ່ງເປັນມາດຕະຖານທີ່ ຖືກນ ໍາມາໃຊ້ກັນ ຢ່າງຫຼວງຫຼາຍຈ ົນເຖິງປັດຈຸບັນ. ຮູບ ເມນບອຣ໌ດ ຮູບ ກ ັບເມນບອຣ໌ດ
  4. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 4 2.1 ປະເພດ

    ແລະໜ້າທີ່ ຂອງ Mainboard ໂດຍທົ່ວໄປແລ້ວ Mainboard ຈະມີຢູ່ຫຼາຍປະເພດເຊັ່ ນ: AT, ATX, ITX, Micro ATX, FlexATX, LPX ຫຼື NLX ແລະ Micro BTX ເປັນຕົ້ນ. ແຕ່ຈະໄດ້ກ່າວເຖິງບາງ Mainboard ເຊັ່ ນ: Mainboard ແບບ ATX, Mainboard ແບບ Micro ATX, Mainboard ແບບ Flex ATX, ITX ແລະເຄື່ອງ Computer ແບບ Barebone ແລະ Mainboard ແບບ Micro BTX.  ເມນບອຣ໌ດ ແບບ ATX ເລີ່ ມທ ໍາອິດ Mainboard ແບບນີ້ຈະມີຈ ໍ ານວນສລ໌ອດ (Slot) ແບບ PCI 5- 6 ສລ໌ອດ (Slot), AGP 1 ສລ໌ອດ ແລະຊ່ອງສ ໍາລັບສຽບແຜງໜ່ວຍຄວາມຈ ໍ າ RAM ຈ ໍ ານວນ 4-6 Slot (ຂື້ນຢູ່ກັບເມນບອຣ໌ດແຕ່ລະລຸ້ນ)ນອກຈາກນີ້ຍັງມີຊ່ອງຕໍ່ພອຣ໌ດຫຼື ຄອນເນ໌ດເຕີຕ່າງໆຕິດຍຶດຢູ່ກັບຕົວເມນບອຣ໌ດທາງດ້ານຫຼັງ ແຕ່ໃນປັດຈຸບັນເມື່ອລະບົບ ບັສປຽ່ນຈາກ PCI ໄປເປັນ PCI Express ກໍຈະລົດຈ ໍ ານວນສລ໌ອດແບບ PCI ຈາກ ເດີມລົງເຫຼືອພຽງ 2-3 ສລ໌ອດ ແລະ ເພີ່ ມສລ໌ອດແບບ PCI Express x1 ເຂົ້າມາ ແທນ 2-3 ສລ໌ອດ ສ່ວນສລ໌ອດແບບ AGP ກໍ່ຖືກປ່ຽນໄປເປັນແບບ PCI Express x16 ໂດຍຈະມີຫຼາຍກ່ວາ 1 ສລ໌ອດກ“ໄດ້ ເພື່ ອຮອງຮັບການປະມວນຜົນກຣາບຝິກໃນ ແບບ Multi-GPU ຢ່າງ NVIDIA SLI ຫຼື ATI Cross.  ເມນບອຣ໌ດ ແບບ Micro ATX ເປັນເມນບອຣ໌ດສ ໍາລັບຜູ້ໃຊ້ທີ່ ຕ້ອງການຄວາມປະຫຍັດ ແລະ ກະທັດຮັດອຸປະ ກອນທີ່ ໃຊ້ ສ່ວນຫຼາຍເຊັ່ ນ ກຣາດຈໍ, ກຣາດສຽງ ແລະ ກຣາດແລນມ ັ ກຈະຖືກຕິດຕັ້ງ ມາໃຫ້ແລ້ວກັບ ເມນບອຣ໌ດ ຢູ່ໃນຮູບແບບຂອງຊິບອອນບອຣ໌ດ (chip on board) ດັ່ງນັ້ນຈິ່ງລົດຈ ໍ າ ນວນສລ໌ອດ PCI ລົງເຫຼືອພຽງແຕ່ 3-4 ສລ໌ອດເທົ່ ານັ້ນ ( ບາງລຸ້ນ ອາດມີສລ໌ອດ AGP ມານ ໍາ ) ແຕ່ໃນປັດຈຸບັນເມນບອຣ໌ດໂດຍທົ່ວໄປມ ັກຈະສະໜັບສະ ໜູນລະບົບບັສແບບ PCI Express ທີ່ ລົດຈ ໍ ານວນສລ໌ອດແບບ PCI ຕົວເກົ່າລົງ ແລະ ເພີ່ ມສລ໌ອດແບບ PCI Express x1 ເຂົ້າມາແທນ ສ່ວນສລ໌ອດແບບ AGP ກໍ່ຖືກປ່ຽນໄປເປັນແບບ PCI Express x16.  Flex ATX, ITX ແລະເຄື່ອງ Computer ແບບ Barebone ເປັນເມນບຣ໌ອດສ ໍາລັບເຄື່ອງຄອມພີວເຕີຂະໜາດນ້ອຍ ກະທັດຮັດເຊິ່ງຈະຊ່ອຍ ປະຫຍັດເນື້ອທີ່ ເທິງໂຕະການເຮັດວຽກໄດ້ດີ ໂດຍລົດຈ ໍ ານວນສລ໌ອດ PCI ລົງເຫຼືອພຽງ ແຕ່ 1-2 ສລ໌ອດເທົ່ ານັ້ນ ແລະອຸປະກອນເກືອບທຸກຢ່າງຈະເປັນແບບຊິບອອນບຣ໌ອດ (chip on-board) ສ ໍາລັບຕົວເຄສ໌ (Case) ທີ່ ໃຊ້ກັບເມນບຣ໌ອດແບບ Flex ATX ແລະ ITX ນີ້ ມ ັກຈະເປັນແບບ Barebone ຄື ເປັນຕົວເຄື່ອງທີ່ ມີຂະໜາດນ້ອຍເປັນພິ
  5. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 5 ເສດ ແລະ

    ບໍ່ສາມາດຕິດຕັ້ງອຸປະກອນເພີ່ ມເຕີມໄດ້ຫຼາຍ ແລະ ບາງຄັ້ງກໍ່ເອີ້ນເຄື່ອງ ຄອມພິວເຕີແບບນີ້ວ່າ Mini-PC ກໍໄດ້.  ເມນບອຣ໌ດ ແບບ Micro BTX. BTX ຫຍໍ້ມາຈາກ Balanced Technology Extended ເປັນຟອຣ໌ມແຟັກ ເຕີ (Form Factor) ຮູບແບບໃໝ່ທີ່ ຖືກພັດທະນາຂື້ນມາໂດຍ Intel ເພື່ ອຊ່ວຍແກ້ໄຂ ບັນຫາເລື່ອງຂອງຄວາມຮ້ອນ ທັງຈາກ CPU ເອງ ແລະ ຄວາມພາຍໃນຕົວເຄື່ອງ ໂດຍປັບປຸງລະບົບລະບາຍຄວາມຮ້ອນ ພາຍໃນຕົວເຄື່ອງໃຫ້ມີປະສິດທິພາບດີຂື້ນດ້ວຍ ການຍ້າຍຕ ໍາແໜ່ງໃນການຈ ັດວາງອຸປະກອນຕ່າງໆເທິງເມນບຣ໌ອດໃໝ່ຄື ຍ້າຍຕ ໍາແໜ່ງ ຂອງຊີພີຢູ ມາຈ ັດວາງໄວ້ທີ່ ບໍລິເວນດ້ານໜ້າຂອງຕົວເຄື່ອງ ແລະ ຕິດຕັ້ງຊຸດລະບາຍ ຄວາມຮ້ອນພ້ອມຝາອັດ (Thermal Module) ໂດຍມີພັດລົມຊ່ວຍດູອາກາດເຢັນຈາກ ພາຍນອກບໍລິເວນໜ້າຂອງຕົວເຄື່ອງ ເພື່ ອເປົ່ າໃຫ້ກັບຊີພີຢູໂດຍກ ົງ ກ່ອນທີ່ ຈະຖືກພັດ ຜ່ານໄປຍັງສ່ວນຕ່າງໆ ແລ້ວຖືກດູດອອກໄປທາງດ້ານຫຼັງ ຫຼື ດ້ານຂ້າງຂອງຕົວເຄື່ອງ ຟອຣ໌ມແຟັກເຕີ (Form Factor) ແບບ BTX ນີ້ໃນອານາອາດນ ໍາມາໃຊ້ແທນມາດຕະ ຖານແບບ ATX ແຕ່ເນື່ອງຈາກປັດຈຸບັນແບບ ATX ຍັງຄົງໃຊ້ວຽກໄດ້ດີຢູເຮັດໃຫ້ຍັງບໍ່ ທັນມີການຫັນໄປໃຊ້ແບບ BTX ຫລາຍເທື່ ອ. 2.2 ສ່ວນປະກອບຕ່າງໆທີ່ ສ ໍາຄັນໃນ Mainboard ເມນບອຣ໌ດ (Mainboard) ເປັນໂຄງສ້າງຫຼັກ ຫຼືແຜງວົງຈອນຫຼັກພາຍໃນ Computer ເຮັດໜ້າທີ່ ເປັນສູນກາງໃນການເຊື່ອມຕໍ່ອຸປະກອນຕ່າງໆເຊັ່ ນວ່າ: CPU, RAM, Chipset, Hard Disk ແລະອຸປະກອນອື່ນໆເຂົ້າດ້ວນກັນເພື່ ອໃຫ້ສາມາດເຮັດວຽກຮ່ວມກັນຢ່າງເປັນລະ ບົບເມນບຣ໌ອດຈະປະກອບໄປດ້ວຍແຜງວົງຈອນ ແລະອຸປະກອນທາງອີເລັກໂທນິກຕ່າງໆ ຢ່າງ ຫຼວງຫຼາຍທີ່ ສ ໍາຄັນນັ້ນ ຊິບເຊັດ (Chipset) ຊິ່ງຖືເປັນຫົວໃຈຫຼັກຂອງລະບົບທີ່ ໃຊ້ຄອບຄຸມການ ເຮັດວຽກຕ່າງໆຂອງອຸປະກອນຢູ່ໃນເມນບຣ໌ອດ ດັ່ງນັ້ນເມືອ່ໃຫ້ເຮົາຮູ້ເຖິງຂໍ້ຈ ໍ າກັດ ແລະ ຄວາມ ສາມາດຂອງເມນບຣຸອດລຸ້ນຕ່າງໆ ເຮົ້າຈິ່ງຈ ໍ າເປັນຕ້ອງມາຮູ້ຈ ັກ ແລະທ ໍາຄວາມເຂົ້າໃຈໃນເບື້ອງ ຕົ້ນກ່ຽວກັບສ່ວນປະກອບຕ່າງໆທີ່ ສ ໍາຄັນເຫຼົ່ ານີ້ເສຍກ່ອນ ໂດຍລາຍລະອຽດຂອງເມນບຣ໌ອດມີ ດັ່ງນີ້.
  6. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 6 2.3 ຊ່ອງສ

    ໍາລັບຕິດຕັ້ງຊີພີຍູ (CPU socket) ເປັນຊີ້ນສ່ວນທີ່ ຖືກຍຶດຕິດຢູ່ກັບເມນບອຣ໌ດມາຈາກໂຮງງານ ໃຊ້ເປັນຖານຮອງຮັບຕົວຊີ ພີຢູ (CPU) ເພື່ ອເຊື່ອມຕໍ່ກັບວົງຈອນໄຟຟ້າຢູ່ເທິງເມນບອຣ໌ດໂດຍຊີພີຢູແຕ່ລະຫຍີ່ຫຍໍ້, ແຕ່ລະ ລຸ້ນ, ແຕ່ລະຊະນິດ ອາດຖືກອອກແບບມາໃຫ້ໃຊ້ກັບຖານຮອງຮັບ ຫຼືຊ໌ອກເກັດທີ່ ແຕກຕ່າງກັນ ອອກໄປເຊັ່ ນ Socket 478, Socket 479, Socket M 478, Socket P 940, Socket 939, Socket 754, Socket A 462, Socket S1 368, Socket AM2, Socket AM2+, Socket 478, Socket T ຫຼື LGA 775, Socket F ຫຼື LGA 1207, LGA 1155, LGA 1156 ຂາ ເປັນຕົ້ນ, ຊິ່ງມາດຕະຖານຂອງຊ໌ອດເກັດທີ່ ໃຊ້ກັນ ຢ່າງແຜ່ຫຼາຍຖ້າ ເປັນຊີພີຢູຂອງ Intel ກໍຄືແບບ LGA ທີ່ ມີລັກສະນະເປັນຂາຈ ໍ ານວນຫຼາຍທີ່ ພົ້ນອອກມາຈາກ ຕົວຊ໌ອດເກັດເພື່ ອຮອງຮັບກັບຕົວ CPU ແຕ່ຫາກວ່າເປັນຊີພີຢູຂອງ AMD ທີ່ ໃຊ້ບັນຈຸແບບ PGA ຊ໌ອດເກັດທີ່ ໃຊ້ກໍຈະເປັນແບບ PGA ທີ່ ມີລັກສະນະເປັນຮູຈ ໍ ານວນຫຼາຍຕາມຊ໌ອດເກັດ ເພື່ ອຮອງຂາຈາກຕົວຊີພີຢູ. ຮູບ (CPU Socket LGA 775)
  7. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 7 2.4 ຊິບເຊັຕ

    (Chipset) ເປັນອົງປະກອບຫຼັກທີ່ ມີຄວາມສ ໍາຄັນເພາະຖືໄດ້ວ່າເປັນຫົວໃຈຫຼັກຂອງລະບົບທີ່ ໃຊ້ຄວບ ຄຸມການເຮັດວຽກຂອງອຸປະກອນຕ່າງໆຢູ່ເທິງເມນບອຣ໌ດ ແລະເປັນຕົວກ ໍ ານົດຄຸນສົມ ບັດເກືອບ ທັງໝົດຂອງເມນບອຣ໌ດນັ້ນໆບໍ່ວ່າຈະເປັນລຸ້ນຂອງຊີພີຢູ ຫຼືວ່າຊະນິດຂອງຊ໌ອດເກັດທີ່ ໃຊ້,ຊະນິດ ຂອງໜວ່ຍຄວາມຈ ໍ າທີ່ ຮອງຮັບ, ລະບົບ ຫຼືຄວາມໄວຂອງບັສທີ່ ສະໜັບສະໜູນ,ສາມາດເຮັດວຽກ ຮ່ວມກັບອຸປະກອນໃດແດ່ ແລະຂະຽາຍຄວາມສາມາດໄດ້ຫຼາຍນ້ອຍພຽງ ໄດ້ເປັນຕົ້ນດ້ວຍເຫດ ນີ້ເອງມ ັນຈິ່ງເປັນສ່ວນສ ໍາຄັນທີ່ ຈະສົ່ງຜົນຕໍ່ປະສິດທິພາບໃນການເຮັດວຽກຂອງລະບົບເປັນຢ່າງດີ ແລະ ຖືເປັນອົງປະກອບຫຼັກໃນການນ ໍາມາພິຈາ ລະນາເລືອກຊື້ເມນບອຣ໌ດ. ຍົກຕົວຢ່າງເຊັ່ ນ ເມນບອຣ໌ດທີ່ ເຮົາເລືອກຊື້ນັ້ນໃຊ້ຊິບເຊັດທີ່ ສະໜັບສະໜູນ ຄວາມໄວບັສ ( FSB) ໄດ້ສູງສຸດ ເຖິງ 1600 MHz ຫຼື ໄດ້ສູງສຸດພຽງ 800MHz ແລະສາມາດໃຊ້ໜ່ວຍ ຄວາມຈ ໍ າໄດ້ຫ ຫຼືບໍ່? ຖ້າໄດ້ມີຄວາມຄວາມໄວເທົ່ າໃດ ແລະມີຂະໜາດຄວາມສູງສຸງໄດ້ເທົ່ າໃດ ເປັນຕົ້ນ.  ຊິບເຊັຕ (Chipset) ຖືກແບ່ງອອກເປັນ 2 ປະເພດຄື ຊິບເຊັຕເໜືອ (North Bridge) ແລະ ຊິບເຊັຕໃຕ້ (South Bridge) ຊິ່ງໄດ້ແບ່ງໜ້າທີ່ ການເຮັດວຽກທີ່ ແຕກຕ່າງກັນຢູ່ພາຍໃນເມນບອຣ໌ດ ຊິບເຊັຕເໜືອ (North Bridge) ມີໜ້າທີ່ ຄວບຄຸມຊີພີຍູ (CPU), ກຣາດຈໍ, ແຣມ (RAM), ຮາດດິສທ໌ Hard disk. ແລະຖືກຕິດຕັ້ງຢູ່ໃກ້ກັບຊີພີຢູໂດຍມີແຜງລະບາຍຄວາມຮ້ອນຖືກຍຶດຕິດ ເຕັງຕົວຊິບເຊັດເອົາໄວ້ ເພື່ ອເປັນກາຍລະບາຍຄວາມຮ້ອນຂອງຊິບເຊັຕ. ຊິບເຊັຕໃຕ້ (South Bridge) ມີໜ້າທີ່ ຄວບຄຸມພີຊີໄອສລ໌ອດ (PCI Slot), ຫົວຕໍ່ Connector ຕ່າງໆ ແລະບັບດາ Port ຕ່າງໆ ແລະຖືກຕິດຕັ້ງຢູ່ໃກຈາກຊີພີຢູ ສ່ວນຫຼາຍຈະບໍ່ມີ ແຜງລະບາຍຄວາມຮ້ອນເນື່ອງຈາກມ ັນໄກຈາກຊີພີຢູ ຮູບ North Bridge ຮູບ VIA Chipset
  8. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 8 2.5 ຊ່ອງສ

    ໍາລັບສຽບແຜງໜ່ວຍຄວາມຈ ໍ າ (Memory Slot) ລັກສະນະຂອງແຜງໜ່ວຍຄວາມຈ ໍ າແຣມ (RAM) ແຕ່ລະຊະນິດຈະມີຂະໜາດຂອງ ຄວາມຍາວຈ ໍ ານວນຂາ ແລະຕ ໍາແໜ່ງຂອງຮ່ອງບາກທີ່ ແຕກຕ່າງກັນອອກໄປ ດັ່ງນັ້ນຈິ່ງຕ້ອງມີ ການອອກແບບຊ່ອງສຽບແຜງໜ່ວຍຄວາມຈ ໍ າໃຫ້ເປັນຮູບແບບສະເພາະຂອງ RAM ທີ່ ຈະນ ໍາມາ ໃຊ້ສຽບລົງໃນສລ໌ອດໄດ້ນັ້ນເພາະໜ່ວຍຄວາມຈ ໍ າແຣມທີ່ ໃຊ້ກັນໃນຕອນນີ້ຈະເປັນ DDR2 ແລະ DDR3 ທີ່ ມີຈ ໍ ານວນຂາ 240-pin ທັງສອງແຕ່ຈະມີຕ ໍາແໜ່ງຂອງຮ່ອງບາກບໍ່ຄືກັນເຮັດໃຫ້ບໍ່ສາ ມາດໃຊ້ແທນກັນໄດ້ ຫຼືສຽບລົງສລ໌ອດນັ້ນບໍ່ໄດ້. ຮູບ ແຜງໜ່ວຍຄວາມຈ ໍ າ (Memory Slot) ຫຼື PCI Slot 2.6 ສລ໌ອດ AGP (Accelerated Graphic Port) ບັສ AGP ຖືກພັດທະນາການຕໍ່ມາຈາກບັສ PCI ໂດຍມີຄວາມກວ້າງຂອງບັສເທົ່ າເດີມ ຄື 32 ບິຕ (4 ໄບຕ໌) ແຕ່ເຮັດວຽກດ້ວຍຄວາມຖີ່ທີ່ ສູງຂື້ນຄື 66.6 MHzເຮັດໃຫ້ມີອັດຕາຄວາມ ໄວໃນການຮັບສົ່ງຂໍ້ມູນເທົ່ າກັບ 4 ໄບຕ໌ (32 bit) X 66.6 MHz=266 MB/sec (ໂດຍປະມານ) ຊິ່ງກໍຄືມາດຕະຖານເລີ່ ມຕົ້ນທີ່ AGP 1X ນັ້ນເອງຕໍ່ມາກໍໄດ້ເພີ່ ມປະລິມານຂໍ້ ມູນການຮັບສົ່ງຂໍ້ມູນໃນແຕ່ລະຮອບຂອງສັນຍານໂມງກາຍມາເປັນມາດຕະຖານ AGP2x, 4x ແລະສູງສຸດທີ່ AGP 8x ເຮັດໃຫ້ມີ Blandwidth ເປັນ 533, 1066 ແລະ2130 MB/sec (2.13GB/sec) ຕາມລ ໍາດັບ. ຮູບ South Bridge ຮູບAGP Slot
  9. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 9 ບັສ AGP

    ນີ້ຖືກອອກແບບມາສ ໍາລັບກາຣ໌ດສະແດງຜົນໂດຍສະເພາະຊິ່ງເປັນອຸປະ ກອນທີ່ ຕ້ອງຮັບສົ່ງຂໍ້ມູນປະລິມານຫຼາຍທີ່ ສຸດ ແລະຈ ໍ າເປັນຕ້ອງສົ່ງຜ່ານຂໍ້ມູນປະລິມານເຫຼົ່ ານັ້ນ ໃຫ້ໄດ້ໄວທີ່ ສຸດ ເພາະຈະມີຜົນຕໍ່ປະສິດທິພາບໂດຍລວມຂອງທັງລະບົບທີ່ ເຫັນໄດ້ຊັດເຈນ ແຕ່ກໍ່ ມີຂໍ້ຈ ໍ າກັດຄື ເມນບອຣ໌ດສ່ວນໃຫ່ຍຈະມີສລ໌ອດ AGP ໄດພຽງສລ໌ອດດຽວເທົ່ ານັ້ນ. ຮູບ ສລອ໌ດທີ່ ສຽບກຣາດ AGP 2.7 ສລ໌ອດ PCI Express PCI-Express ເປັນລະບົບບັສແບບໃໝ່ທີ່ ກ ໍ້ າລັງເຂົ້າມາແທນທີ່ ລະບົບບັສ PCI ແລະ AGP ໂດຍສະເພາະຢ່າງຍິ່ງກັບບັສ AGP ທີ່ ປະຈຸບັນເມນບອຣ໌ດເກືອບທຸກລຸ້ນ, ທຸກຍີ່ຫຍໍ້ໄດ້ ຫັນໄປໃຊ້ PCI-Express ເປັນມາດຕະຖານສ ໍາລັບການລັບການເຊື່ອມຕໍ່ກັບກຣາດຈໍກັນໝົດ ແລ້ວ ດ້ວຍຄຸນສົມບັດທີ່ ດີ ແລະຍືດຫຍຸ່ນຂອງລະບົບບັສແບບ PCI-Express ທີ່ ສາມາດອອກ ແບບໃຫ້ເລືອກໃຊ້ໄວຫຼາຍນ້ອຍໄດ້ຕາມຄວາມຕ້ອງການຂອງແຕ່ລະອຸປະກອນ ແລະ ສີ່ງສ ໍາຄັນ ຍັງໃຫ້ອັດຕາຄວາມໄວໃນການຮັບສົ່ງຂໍ້ມູນ ຫຼື Blandwidth ເພີ່ ມຂື້ນອີກຫຼາຍເທົ່ າລວມທັງການ ຮອງຮັບການເຮັດວຽກຂອງກຣ໌າດຈໍໄດ້ຫຼາຍກ່ວາ 1 ກຣ໌າດຈໍ ເຊັ່ ນ PCI-Express x1, PCI- Express x2, PCI-Express x4, PCI-Express x8, PCI-Express x16, ແລະ PCI- Express x32 ຈະປະກອບໄປດ້ວຍ 1, 2, 4, , 8, 16 ແລະ 32 lane ຕາມລ ໍາດັບ ຊິ່ງ ຈາກຮູບຮ່າງຂອງສລ໌ອດຈະຍາວຂື້ນ (ມີຂົ້ວຕໍ່ຫຼາຍຂື້ນ) ຍັງໃຫ້ Blandwidth ເພີ່ ມສູງຂື້ນເປັນ 1, 2, 3 ,4, 8 ແລະ 16 GB/sec ຕາມລ ໍາດັບ ແລະໃນອານາຄົດມາດຕະຖານຂອງ PCI- Express 3.0 ກໍ່ຖືກອາດນ ໍາມາໃຊ້ໂດຍຈະໃຫ້ Blandwidth ເພີ່ ມສູງຂື້ນອີກເທົ່ າຕົວຄືປະມານ 32 GB/sec. ຮູບ ສລ໌ອດ PCI Express
  10. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 10 ຮູບ ສລ໌ອດທີ່

    ໄດ້ສຽບກຣາດ PCI Express 2.8 ໄບອອດ (BIOS) BIOS (Basic Input/Output System) ເປັນຊິບໜວ່ຍຄວາມຈ ໍ າທີ່ ຖືກຕິດຕັ້ງເອົາໄວ້ ຢ່າງຖາວອນຢູ່ໃນເມນບອຣ໌ດມາແຕ່ໂຮງງານພາຍໃນບັນຈຸໂປຣແກຣມຫຼືຊຸດຄ ໍາສັ່ງຂະໜາດນ້ອຍ ທີ່ ໃຊ້ຄວບຄຸມການເຮັດວຽກຂັ້ນຟື້ນຖານ ໃນການເຮັດວຽກຂອງເຄື່ອງຄອມພິວເຕີເອົາໄວ້ ການ ເຮັດຂະບວນການ POST (Power-On Selt Test) ເພື່ ອສະພາບຄວາມພ້ອມຂອງອຸປະ ກອນຕ່າງໆ ແລະຂະບວນການບູດລະບົບ (System Boot) ເປັນຕົ້ນ ຊິບໜ່ວນຄວາມຈ ໍ າທີ່ ບັນຈຸໂປຣແກຣມ BIOS ມ ັ ກເປັນຊະນິດແຟລຊຣອມ (Flash ROM) ຊິ່ງຈະສາມາດລົບ ຫຼື ແກ້ໄຂຂໍ້ມູນຢູ່ພາຍໃນໄດ້ໂດຍການໃຊ້ໂປຣມແກຣມຂະໜາດນ້ອຍທີ່ ເຮັດໜ້າທີ່ ລົບ ຫຼື ແກ້ໄຂຂໍ້ ມູນນີ້ໂດຍສະເພາະ ການແກ້ໄຂຂໍ້ມູນໃນ BIOS ນັ້ນ ສ່ວນຫຼາຍຈະເຮັດກໍຕໍ່ເມື່ອຕ້ອງການປັບ ປຸງຊຸດຄ ໍາສັ່ງ ຫຼືຂໍ້ມູນໃນ BIOS ໃຫ້ທັນສະໄໝເຊັ່ ນ ເພື່ ອໃຫ້ຮູ້ຈ ັກກັບອຸປະກອນໃໝ່ໆ ເປັນຕົ້ນ ການລົບວິທີນີ້ເອີ້ນວ່າ “ການແຟລຊຣອມ BIOS” ຫຼື “ການອັພເດທ BIOS”. ນອກຈາກນີ້ໂປຣແກຣມທີ່ ໃຊ້ຕັ້ງຄ່າການເຮັດວຽກໃຫ້ກັບເຄື່ອງທີ່ ເອີ້ນວ່າ BIOS ຫຼື CMOS Setupລວມເຖິງຄ່າຕ່າງໆທີ່ ຜູ້ໃຊ້ກ ໍ ານົດໃຫ້ກັບ BIOS ກໍຈະຖືກເກັບໄວໃນຊິບໜ່ວຍ ຄວາມຈ ໍ າອີກອັນໜື່ ງທີ່ ເອີ້ນວ່າ ຊີມອສ (CMOS) ຊິ່ງເປັນໜ່ວຍຄວາມຈ ໍ າທີ່ ກິນໄຟນ້ອຍທີ່ ສຸດ ແລະເກັບຂໍ້ມູນໄດ້ໂດຍມີທ່ານ ຫຼືແບຕເຕີຣີທີ່ ຢູ່ໃນເມນບອຣ໌ດໄດ້ຈ່າຍໄຟໄປລ້ຽງຢູ່ຕະຫຼອດເວລາ ບໍ່ວ່າຈະປິດເຄື່ ອງໄວ້ ແລະເປິດຢູ່ກໍຕາມ, ແຕ່ຖ້າ Battery ໝົດ ຫຼືຖືກຖອດອອກຄ່າຕ່າງໆທີ່ ຜູ້ ໃຊ້ກ ໍ ານົດຢູ່ໃນຢູ່ BIOS ກໍ່ຈະຖືກຍົກເລີກ ແລະຈະກັບຄືນໄປໃຊ້ຄ່າເລີ່ມຕົ້ນ (Default) ທີ່ ໄດ້ ຕັ້ງມາຈາກໂຮງງານແທນ. ຮູບ ຂອງ BIOS
  11. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 11 ຫຍີ້ຫຍໍ້ຂອງ BIOS

    ທີ່ ມ ັກພົບເຫັນໄດ້ທົ່ວໄປໃນປັດຈຸບັນມາຈາກສອງບໍລິສັດໃຫ່ຍຄື Award (ລວມເຂົ້າກັບບໍລິສັດ Phoneix Technology ແລ້ວ) ແລະ AMI (America Megatrends Inc.) ຊິ່ງກໍມີປະສິດທິພາບໃນການເຮັດວຽກໂດຍລວມແລ້ວໄກ້ຄຽງກັນ ຈະຕ່າງ ກັນກໍພຽງໜ້າຕ່າງເມນູ ແລະວິທີການໃນການຕັ້ງຄ່າເທົ່ ານັ້ນ. 2.9 ແບັດເຕີຣີໄບ (BIOS battery) ເປັນສ່ວນທີ່ ຜູ້ຄົນບໍ່ຄ່ອຍມ ັ ກຈະສົນໃຈນ ໍາປານໃດຈ ົນກະທັ້ງເມື່ອໂມງຂອງເຄື່ອງຄອມພິວ ເຕີເລີ່ມບໍ່ຖືກຕ້ອງຕາມເວລາຈິງ ແລະ CMOS ເລີ່ ມເກັບຂໍ້ມູນການຕັ້ງຄ່າຕ່າງໆໃນ BIOS ຂອງຜູ້ໃຊ້ເອົາໄວ້ບໍ່ໄດ້ ຊິ່ງມ ັນເປັນການບອກໃຫ້ຮູ້ວ່າ Battery ອ່ອນ ຫຼືໄກ້ຈະໝົດອາຍຸແລ້ວ ຖ້າຫາກປ່ອຍປະໄວ້ດົນເກີນໄປອາດຈະເຮັດໃຫ້ເກີດບັນຫາຕ່າງໆ ຕາມມາໄດ້ປັດຈຸບັນ Battery ທີ່ ມ ັ ກໃຊ້ກັນຢູ່ຈະເປັນແບບລິທຽມ (Lithium) ເພາະມ ັນມີຄວາມທົນ ແລະສາມາດໃຊ້ວຽກໄດ້ ນານເປັນປີໆ ໂດຍຈະມີອາຍຸໃຊ້ວຽກເກືອບປະມານ 3 ປີ ລັກສະນະຈະຄ້າຍຄືກັນກັບກະດຸມ ຫຼື ຫຼຽນເງິນຖືກວາງຢູ່ໃນເບົ້າຂອງພຣາສຕິກສີດ ໍາ ແລະ ອາດມີແຜ່ນໂລຫະຖືກຕິດຢູ່ເປັນຂົ້ວໄຟສ ໍາ ລັບຕໍ່ເຂົ້າກັບເມນບອຣ໌ດ. ຮູບ ຫຍີ້ຫຍໍ້ຂອງ BIOS ຮູບ BIOS battery
  12. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 12 2.10 ຂົ້ວຕໍ່ສາຍແຫຼ່ງຈ່າຍໄຟ

    ( Power Connector) ເປັນຈຸດທີ່ ໃຊ້ສຽບເຂົ້າກັບຫົວຕໍ່ຫຼັກຂອງສາຍທີ່ ມາຈາກ Power Subpply ເພື່ ອນ ໍາໄຟ ເຂົ້າຂະໜາດ 5 ໂວລຕ໌ (+5v ແລະ -5v),12 ໂວລຕ໌ (+12v ແລະ -12v) ແລະ +3.3v ໃຫ້ກັບວົງຈອນໄຟຟ້າຫຼັກ ແລະສ່ວນປະກອບຕ່າງໆ ທີ່ ຖືກຕິດຕັ້ງລົງໃນເມນບອຣ໌ດ. ຮູບ ຂົ້ວຕໍ່ສາຍແຫຼ່ງຈ່າຍໄຟ ຂົ້ວຕໍ່ສາຍແຫຼ່ງຈ່າຍໄຟໃນຍຸດຂອງເມນບອຣ໌ດ ແລະ Power Subpply ທີ່ ໃຊ້ Form Factor ແບບ AT ນັ້ນຈະໃຊ້ສຽບເຂົ້າກັບຫົວຕໍ່ທີ່ ເອີ້ນວ່າ P8 ແລະ P9 ຊິ່ງມີຈ ໍ ານວນພິນທັງ ໝົດ 12 Pin (ດັ່ງຮູບ) ຕໍ່ມາເມື່ອເຂົ້າສູ່ຍຸກຂອງ Form Factor ແບບ ATA ຈິ່ງໄດ້ປຽ່ນໄປ ໃຊ້ຫົວຕໍ່ ແລະຂົ້ວຕໍ່ສາຍແຫຼ່ງຈ່າຍໄຟແບບທີ່ ເອີ້ນກັນວ່າ ATX Power Connector ຊິ່ງມີຈ ໍ າ ນວນພິນທັງໝົດ 20 Pin ດ້ວຍມາດຕະຖານທີ່ ໃຊ້ກັນຄື ATX 1.3. ແຕ່ສ ໍາລັບເມນບອຣ໌ດລຸ້ນໃໝ່ໆທີ່ ສະໜັບສະໜູນເທັກໂນໂລຍີຕ່າງໆຄື ຊ໌ອດເກັດ LGA 775, ຮາຣ໌ດດິສກ໌ SATA, ລະບົບບັສແບບ PCI Express, ໜ່ວຍຄວາມຈ ໍ າແຣມ DDR II, ເທັກໂນໂລຍີ LSI ຫຼື CrossFire ແລະອື່ນໆ ຊິ່ງລ້ວນແລ້ວແຕ່ຕ້ອງການກ ໍ າລັງໄຟທີ່ ເພີ່ ມຫຼາຍ ຂື້ນ ດັ່ງນັ້ນຈິ່ງຈະມ ັ ກຕິດຕັ້ງຂົ້ວຕໍ່ສາຍແຫຼ່ງຈ່າຍໄຟຮູບແບບໃໝ່ທີ່ ຍັງຄົງເປັບແບບ ATX ເຊັ່ ນ ເດີມ ແຕ່ຈະມີຈ ໍ ານວນພິນເພີ່ ມຂື້ນມາອີກ 4 Pin ຄື +12v,+5v, +3.3v ແລະ Ground ລວມທັງໝົດເປັນ 24 Pin ສ ໍາລັບໃຊ້ຫົວຕໍ່ແບບ 24 Pin ຂອງ Power Subpply ລຸ້ນໃໝ່, ຖ້າເມນບອຣ໌ດເປັນລຸ້ນໃໝ່ທີ່ ມີຂົ້ວຕໍ່ 24 Pin ກໍ່ສາມາດໃຊ້ວຽກຮ່ວມກັບ Power Subpply ແບບເກົ່າທີ່ ມີຂົ້ວຕໍ່ 20 Pin ດໄ◌້ເຊັ່ ນກັນ ໂດຍວິທີສຽບຫົວຕໍ່ລົງໃນຂົ້ວຕໍ່ ໃຫ້ຖືກຕາມຕ ໍ າແໜ່ງ ທີ່ ຖືກຕ້ອງ (ສຽບໄດ້ແບບດຽວເພາະມີລ໌ອກປ້ອງກັນສຽບຝັກ) ແຕ່ຖ້າເມນບອຣ໌ດເປັນແບບ 20 Pin ກໍ່ໃຫ້ແຍກຂົ້ວຕໍ່ອອກມາໃຫ້ເຫຼືອ 20 Pin ໃຊ້ໄດ້ເຊັ່ ນກັນ ຫຼືບໍ່ກໍ່ໃຊ້ 20 to 24 Pin Adapter (ມາດຕະຖານຂອງ Poer Subpply ຮູບແບບໃໝ່ທີ່ ມີຂົ້ວຕໍ່ແບບ 24 Pin ໃນປັດ ຈຸບັນຄື ATX 2.01) ຮູບ ຂົ້ ວຕໍ່ທີ່ໄດ້ ສຽບເຂົ້າກ ັບສາຍ Power ແລ້ວ
  13. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 13 ຫົວຕໍ່ຕ່າງໆທີ່ ມ

    ັກຈະໃຫ້ມາພ້ອມກັບ Power Subpply ມາດຕະຖານ ATX 2.01 ນີ້ ( ອາດແຕກຕ່າງອອກໄປຈາກແບບນີ້ພຽງເລັກນ້ອຍ ໂດຍທີ່ ຂື້ນກ ັບບໍລິສັດທີ່ ຜະລິດ ຫຼືຍີ່ຫຍໍ້ຂອງ Power Subpply ແຕ່ລະລຸ້ນ) ນອກຈາກ ATX Power Connector 24 Pin, ATX12V 4 Pin, ATX12V 6 Pin ຫຼື 8 Pin, AUXPWR 6 Pin, Molex 4 Pin ແລະ Berg 4 Pin, ແລ້ວສິ່ງທີ່ ຖືກເພີ່ ມເຕີມເຂົ້າມາຄື ຫົວຕໍ່ ຂອງ SATA Power Connector 15 Pin ທີ່ ໃຊ້ສຽບເຂົ້າກັບຂົ້ວຕໍ່ ຂອງຮາຣ໌ດດິສທ໌ແບບ Serial ATA ຫຼື SATA. 2.11 ຂົ້ວຕໍ່ປຸ່ມສວິກ ແລະ ໄຟໜ້າເຄື່ອງ (Fornt Panel Connector) ເປັນຂົ້ວຕໍ່ສັນຍານທີ່ ໃຊ້ເຊື່ອມຕໍ່ເຂົ້າກັບສາຍໄຟສີຕ່າງໆທີ່ ຕໍ່ມາຈາກປຸ່ມສວິທຊ໌ ແລະໄຟ ສະແດງສະຖານະທີ່ ຢູ່ບໍລິເວນດ້ານໜ້າຂອງຕົວເຄື່ອງ, ລວມທັງລ ໍາໂພງຂະໜາດນ້ອຍທີ່ ຖືກຕິດ ຕັ້ງຢູ່ພາຍໃນຕົວເຄື່ອງນັ້ນ. ຂົ້ວຕໍ່ສັນຍານຕ່າງໆທີ່ ມີຢູ່ຢ່າງຫຼວງຫຼາຍເຫຼົ່ ານີ້ ເຮົາສາມາດແຍກອອກໄດ້ໂດຍເບິ່ ງຈາກ ສີທີ່ ແຕກຕ່າງກັນພ້ອມສັນຍາລັກຂົ້ວບວກ (+) ແລະລົບ (-) ຫຼືອ່ານຈາກຕົວອັກສອນຍີ່ຫໍ້ທີ່ ຂຽນໄວ້ຢູ່ໃນເມນບອຣ໌ດ ຊິ່ງເມນບອຣ໌ດບາງລຸ້ນອາດຈະສັງເກດເຫັນໄດ້ຍາກຍາກ ເຖິງຢ່າງ ໃດກໍຕາມຄວນເບິ່ງໃຫ້ລະອຽດຫຼືວ່າໃຊ້ໄຟສາຍນອ້ຍເຍື່ອງເບີ່ງກ່ອນກໍໄດ້ ຫຼືວ່າເປີດເບິ່ງຄູ່ມືທີ່ ໃຫ້ ມາກັບເມນບອຣ໌ດ ເພື່ ອປ້ອງກັນຄວາມຜິດພາດ ເພາະວ່າຂົ້ວຕໍ່ເມນບອຣ໌ດແຕ່ລະລຸ້ນແຕ່ລະຫຍີ່ ຫໍ້ອາດກ ໍ ານົດສີ ແລະຕົວອັກສອນຫຍໍ້ຕ່າງໆບໍຄືກັນ. ຂົ້ວຕໍ່ສັນຍານທີ່ ຖືກເຊື່ມຕໍ່ເຂົ້າກັບອຸປະກອນຕ່າງໆຜ່ານທາງສາຍສັນຍານທີ່ ຕໍ່ມາຈາກບໍລິ ເວນດ້ານໜ້າຂອງເຄື່ອງມາຕໍ່ໃສ່ກັບເມນບອຣ໌ອມີປຸ່ມດັ່ງນີ້:  ປຸ່ມ Reset Switch = RST, RS SW, RST SW, Reset, Rs… ມີໜ້າທີ່ ປິດ ເຄື່ອງແລ້ວເປີດເຄື່ອງຂື້ນມາໃໝ່ພາຍໃນ 1-2 ວິນາທີ.  ປຸ່ມ Power Switch = PWR, PW SW, M/B BNT, ATXSW…ໃຊ້ໃນການ ປິດເຄື່ອງໃນບາງກໍລະນີທີ່ ເຄື່ອງບໍສາມາດປິດໄດ້ດ້ວຍຄ ໍາສັ່ງ Shutdown ກໍສາມາດໃຊ້ ປຸ່ມນີ້ປິດເຄື່ ອງໄດ້ ໂດຍກົດປຸ່ມຄ້າງໄວ້ປະມານ 3 - 4 ວິນາທີ ແລ້ວເຄື່ອງກໍຖືກປິດ.  ປຸ່ມ Power Led = PL, Pled, PWRled, PWRL… ເປັນຫຼອດໄຟ LED ສີຂຽວທີ່ ຢູ່ໜ້າເຄື່ອງ ໃຊ້ສະແດງສະຖານະວ່າເຄື່ ອງກ ໍ າລັງເຮັດວຽກຢູ່.  ປຸ່ມຫຼອດໄຟ Harddisk Led = HDDled, HL, HDDL, HDled, IDEled… ເປັນ ຫຼອດໄຟ LED ສີແດງທີ່ ຢູ່ດ້ານໜ້າເຄື່ອງໃຊ້ສະແດງສະຖານະຂອງ Harddisk/CD/ DVD Drive ໃນຂະນະທີ່ ກ ໍ າລັງເຮັດວຽກຢູ່ ໂດຍຈະຮຸ່ງເຕັ້ນກະພິບເປັນໄລຍະເມື່ອເວ ລາຖືກໃຊ້ວຽກ.  ລ ໍາໂພງ Speaker = PSK ເປັນລ ໍາໂພງຂະໜາດນ້ອຍທີ່ ມີຢູ່ພາຍໃນເຄື່ອງຊິ່ງໄດ້ຖືກ ຕິດຕັ້ງມາກັບເຄສ໌ບາງຊະນິດເພື່ ອໃຊ້ສະແດງສະຖານະການເລີ່ມຕົ້ນ ການເຮັດວຽກຂອງ ເຄື່ອງຄອມພິວເຕີ ຫຼືໃຊ້ເປັນສຽງສັນຍານເຕືອນຈາກໄບອອສ (Beep Code) ໃນກໍລະ
  14. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 14 ນີທີ່ ເຄື່ອງເຮັດວຽກເປັນປົກກະຕິ

    ຫຼືມີບັນຫາລ ໍາໂພງນີ້ບໍ່ສາມາດໃຊ້ຖ່າຍທອດສຽງທີ່ ສົ່ງຕໍ່ ມາຫາກຣ໌າດສຽງ (Sound Card) ໄດ້. ຂົ້ວຕໍ່ສັນຍານຕ່າງໆເຫຼົ່ ານີ້ບາງຂົ້ວສາມາດສະຫຼັບສັບປ່ຽນໄດ້ໂດຍບໍ່ສົນໃຈຂົ້ວ (+)/(-) ຕົວຢ່າງເຊັ່ ນ ປຸ່ມ Power Switch ແລະປຸ່ມ Reset Switch ແຕ່ບາງຂົ້ວຈ ໍ າເປັນຈະ ຕ້ອງໄດ້ສຽບໃຫ້ຖືກຕ້ອງໂດຍຄ ໍານຶງເຖິງຂົ້ວ (+) ແລະ (-) ເຊັ່ ນ ຫຼອດໄຟສະແດງເຖິງ ສະ ຖານະຕ່າງໆ ແລະລ ໍາໂພງເປັນຕົ້ນ. ຫຼັກການໃນການຈ ໍ າແນກສີຂອງສາຍໄຟແຕ່ລະສີມີດັ່ງນີ້: ສາຍທີ່ ມີສີ = +; ສາຍສີຂາວ = -; ສາຍສີດ ໍາ = -;ສາຍສີດ ໍາຢູ່ນ ໍາສາຍສີຂາວ,ສາຍສີດ ໍ າ= + ຫຼັກການໃນການຈ ໍ າແນກຂົ້ວ (+) ແລະ(-) ຢູ່ໃນເມນບອຣ໌ອມີດັ່ງນີ້: ຖ້າຫາກໃນເມນບອຣ໌ດບ່ອນຕໍ່ຂົ້ວສາຍໄຟນັ້ນຫາກເລກ 1 ໃສ່ ກໍ່ເທົ່ າກັນກັບ (+) ຫຼື 1=+ ຕົວຢ່າງ ການຕໍ່ຂົ້ວສາຍໄຟໃສ່ກັບເມນບອຣ໌ດ ຫຼືວ່າວິທີ ແລ່ນສາຍໄຟໃຫ້ກັບເມນບອຣ໌ດ ຮູບ ປຸ່ມຫົວສາຍໄຟຕ່າງໆ ຮູບ ບ່ອນສຽບປຸ່ມຫົວສາຍໄຟຕ່າງໆ ຮູບ ບ່ອນສຽບປຸ່ມຫົວສາຍໄຟຕ່າງໆ ຮູບ ບ່ອນສຽບປຸ່ມຫົວສາຍໄຟຕ່າງໆ ຮູບ ສັນຍາລັກຕ ໍາແໜ່ງສຽບສາຍໄຟ ຮູບ ບ່ອນສຽບປຸ່ມຫົວສາຍໄຟຕ່າງໆ
  15. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 15 ຮູບ ບ່ອນສຽບປຸ່ມຫົວສາຍໄຟຕ່າງໆທີ່

    ສຽບສາຍສ ໍາເລັດແລ້ວ 2.12 ຈ ໍ າເປີສ ໍາລັບກ ໍ ານົດການເຮັດວຽກຂອງເມນບຣ໌ອດ (Mainboard Champer) ໃນອາດີດການກ ໍ ານົດຄ່າຄວາມໄວບັສແລະກ ໍ ານົດຄ່າຕົວຄູນຂອງຊີພີຍູຈະເຮັດຜ່ານທາງ ຈ ໍ າເປີຢູ່ໃນເມນບອຣ໌ດ ໂດຍເບິ່ງຈາກຕາຕະລາງການສຽບຈ ໍ າເປີສ ໍາລັບຊີພີຍູລຸ້ນຕ່າງໆທີ່ ໃຫ້ມາ ໃນຄູ່ມືຂອງເມນບອຣ໌ດລຸ້ນນ ັ້ນໆ ເພື່ ອໃຫ້ສາມາດກ ໍານົດຄ່າໃດ້ຢ່າງຖືກຕ້ອງຕາມລຸ້ນຂອງຊີພີຍູທີ່ ໃຊ້ໂດຍທີ່ ບໍ່ເຮັດໃຫ້ເຄື່ ອງເຮັດວຽກຜິດປົກກະຕິໃນປັດຈຸບັນການກ ໍ ານົດຄ່າເຫຼົ່ ານີ້ມ ັກຈະເຮັດຜ່ານ ທາງໄບອອສເປັນຫຼັກ ສ່ວນຫຼາຍບໍ່ສາມາດປັບຄ່າຂອງຕົວຄູນຂອງຊີພີຍູໄດ້ ແລະເນື່ອງຈາກຜູ້ ຜະລິດມ ັ ກຈະລ໋ອກຄ່າຕົວຄູນເອົາໄວ້ ເພື່ ອປ້ອງກັນບໍ່ໃຫ້ຜູ້ໃຊ້ເຂົ້າໄປປັບແຕ່ງຈ ົນອາດເຮັດໃຫ້ຊີພີ ຍູເຮັດວຽກຜິດພາດໄດ້ ດັ່ງນັ້ນໃນປັດຈຸບັນຈ ໍ າເປີຕ່າງໆ ດັ່ງທີ່ ໄດ້ກ່າວມາເກືອບຈະບໍ່ມີຢູ່ໃນເມນ ບອຣ໌ດອີກແລ້ວ ຈະເຫຼືອກໍແຕ່ພຽງບາງອັນເທົ່ ານັ້ນທີ່ ຍັງຈ ໍ າເປັນຕ້ອງໄດ້ໃຊ້ເຊັ່ ນ ຈ ໍ າເປີ Clear CMOS ສ ໍາລັບເອີ້ນຄ່າຕ່າງໆທີ່ ຖືກກ ໍ ານົດໄວ້ຢູ່ໃນ BIOS ໃຫ້ກັບເປັນຄ່າເລີ່ ມຕົ້ນ (Default) 2.13 ພອຣ໌ດຄອບຄຸມອຸປະກອນ IDE (IDE Controller Port) ເປັນຂົ້ວຕໍ່ (Connector) ເທິງເມນບອຣ໌ດທີ່ ມີຈ ໍ ານວນຂາສັນຍານທັງໜົດ 40 ຂາ ໃຊ້ ເຊື່ອມຕໍ່ເຂົ້າອຸປະກອນທີ່ ມີອິນເຕີເຟສແບບ IDE (Intergrated Drive Electronics) ຫຼື EIDE (Enhanced IDE) ຫຼືອາດເອີ້ນວ່າ ATA (AT Attachment) ກໍໄດ້ ຍົກຕົວຢ່າງເຊັ່ ນ ຮາດດິສກ໌ ແລະຊີດີ/ດີວີດີ ເປັນຕົ້ນ ໂດຍ 1 ຂົ້ວຕໍ່ເທິງເມນບອຣ໌ດສາມາດເຊື່ອມຕໍ່ເຂົ້າກັບອຸປະ
  16. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 16 ກອນດັ່ງກ່າວໄດ້ 2

    ອັນ ໂດຍໃຊ້ສາຍແພ (Ribbon Cable) 40 ຫຼື 80 ເສັ້ນທີ່ ມີຫົວຕໍ່ 3 ຊຸດຢູ່ໃນສາຍແພອັນດຽວກັນຕາມປົກກະຕິແລ້ວເມນບອຣ໌ດທົ່ວໄປຈະມີຂົ້ວຕໍ່ IDE ມາດຕະຖານ ATA 66/100 ທີ່ ມີແບນວິດຣ໌ສູງສຸດຢູ່ທີ່ 66 ແລະ 100 MB/s ຕາມລ ໍາດັບມາໃຫ້ສອງຊຸດ ເອີ້ນວ່າ IDE1 ແລະ IDE2. ການເຊື່ອມຕໍ່ແບບ IDE ແບບເດີມນັ້ນຈະມີຂໍ້ຈ ໍ າກັດຄື ໃຊ້ໄດ້ກັບຮາຣ໌ດດິສກ໌ຂະໜາດບໍ່ ຫຼາຍເຊັ່ ນ ບໍ່ເກີນ 512 MB ເທົ່ ານັ້ນ, ຈິ່ງໄດ້ມີການປັບປຸງເປັນ EIDE ຫຼື Enhanced IDE ໃນຮາຣດດິສກ໌ລຸ້ນທີ່ ໃຊ້ກັນຢູ່ໃນປັດຈຸບັນນີ້ (ບາງທີກໍເອີ້ນກັນວ່າ ATA-2 ຫຼື Fast ATA ຊິ່ງ ສາມາດໃຊ້ໄດ້ກັບຮາຣດດິສກ໌ຂະໜາດໃຫ່ຍຂື້ນເປັນຫຼາຍກິໂນໄບຕ໌ ແລະໄດ້ມີຄວາມໄວໃນການ ຮັບສົ່ງມູນໄດ້ສູງຂື້ນກວ່າແຕ່ກ່ອນຫຼາຍເທົ້າ ມາດຕະຖານການຮັບສົ່ງຂໍ້ມູນທີ່ ພັດທະນາຕໍ່ມາຕະ ຫຼອດໄລຍະນັ້ນມີຄື Ultra ATA-33 (Ultra DMA ໂໝດ 2), Ultra ATA-66 (Ultra DMA ໂໝດ 4), Ultra ATA-100 (Ultra DMA ໂໝດ 5), Ultra ATA-133 (Ultra DMA ໂໝດ 6) ຊິ່ງມີອັດຕາຄວາມໄວໃນການຮັບສົ່ງຂໍ້ມູນທີ່ 33, 66, 100, ແລະ 133 MB/s ຕາມລ ໍາດັບ ແລະຕ້ອງໃຊ້ກັລສາຍແພ 80 ເສັ້ນສ ໍາລັບ Ultra ATA-66 ຂື້ນໄປ ມາດ ຕະຖານໃນການເຊື່ອຕໍ່ຮາຣດດິສກ໌ແບບ IDE ຫຼື EIDE ໃນປັດຈຸບັນນັ້ນຖືກຍຸດຢູ່ທີ່ Ultra ATA-100 ແລະ Ultra ATA-133 ເພາະເປັນຄວາມສູງສຸງຂອງບັສແບບ PCI ແລ້ວ. 2.14 ພອຣ໌ດຄອບຄຸມອຸປະກອນ Serial ATA (SATA) ເປັນຂົ້ວຕໍ່ ຫຼື ພອຣ໌ດເທິງເມນບອຣ໌ດທີ່ ມີຈ ໍ ານວນຂາສັນຍານທັງໝົດ 7 ຂາ ໃຊ້ເຊື່ອມ ຕໍ່ເຂົ້າກັບອຸປະກອນຮາຣດດິສກ໌ທີມີອິນເຕີເຟສແບບ Serial ATA (SATA) ຊິ່ງເປັນມາດຕະ ຖານໃໝ່ໃນປັດຈຸບັນກ ໍ າລັງໄດ້ຮັບຄວາມນິຍົມເພາະສຽບສາຍງ່າຍແລະມີອັດຕາຄວາມໄວໃນການ ຮັບສົ່ງຂໍ້ມູນສູງ ນອກຈາກນີ້ສາຍສັນຍານຍັງມີຂະໜາດນ້ອຍ ແລະຍາວຂື້ນກວ່າເດີມ ໃນການ ເຊື່ມຕໍ່ແບບ Serial ATA (SATA) ນີ້ ຈະໃຊ້ການຮັບສົ່ງຂໍ້ມູນກັນໃນແບບອະນຸກົມ Serail ຄື ການຮັບສົ່ງຂໍ້ມູນກັນເທື່ ອລະບິດຍ່າງຕໍ່ເນື່ອງ (ແບບດຽວກັນກັບພອຣ໌ດ USB ແລະ FireWire ແຕ່ມີອັດຕາການຮັບສົ່ງຂໍ້ມູນທີ່ ສູງກວ່າ) ດ້ວຍຄວາມຖີ່ທີ່ ສູງກວ່າການເຊື່ອມຕໍ່ແບບ IDE, ການຮັບສົ່ງຂໍ້ມູນໃນແບບຂະໜານ (Parallel) ສູງຄື 1.5 ແລະ 3 GHz ຊິ່ງເຮັດໃຫ້ Serial ATA ມີແບນວິດຣ໌ ຫຼືມີອັດຕາຄວມໄວໃນການຮັບສົ່ງຂໍ້ມູນເທື່ ອລະໄບຕ໌ (Byte) ເທົ່ າ ກັບ 150 ແລະ 300 MB/s ໂດຍປະມານ ສ ໍາລັບມາດຕະຖານຂອງ SATA (150 MB/s),
  17. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 17 SATA-II (300

    MB/s) ແລະ SATA-III (600 MB/s) ຫຼືອາດສູງກວ່າ 6 Gbp/s ໄດ້ໃນອານາຄົດ ການເຊື່ອມຕໍ່ແບບ Serial ATA ນີ້ ໜື່ ຂົ້ວຕໍ່ຢູ່ໃນເມນບອຣ໌ດຈະເຊື່ອມຕໍ່ເຂົ້າ ກັບຮາຣດດິສກ໌ທີ່ ມີພອຣ໌ດແບບ Serial ATA ໄດ້ພຽງ 1 ຮາຣດດິສກ໌ເທົ່ ານັ້ນ, ດ້ວຍເຫດນີ້ ເອງຈິ່ງເຮັດໃຫ້ຜູ້ໃຊ້ສາມາດສຽບເຊື່ອມຕໍ່ໄດ້ງ່າຍ ໂດຍບໍ່ຄ ໍານຶງເຖິງການຈ ັດລ ໍາດັບຂອງໄດຣວ໌ ແຕ່ລະອັນໃຫ້ເປັນ Master ແລະ Slave ໃນສາຍແພດຽວກັນແບບ IDE ຄືແຕ່ກ່ອນ. 2.15 ພອຣ໌ດອນຸກົມ ແລະ ພອຣຸດຂະໜານ (Serial & Parallel Port) ໃນເມນບອຣ໌ດລຸ້ນເກົ່າໆມ ັກຈະມີພອຣ໌ດອານຸກົມມາໃຫ້ 1-2 ພອຣ໌ດ (COM1/COM2) ກັບພອຣ໌ດຂະໜານ, ແຕ່ໃນປັດຈຸບັນໃນເມນບອຣ໌ດລຸ້ນໃໝ່ໆ ບາງລຸ້ນຈະບໍ່ມີພອຣ໌ດອານຸກົມມາ ໃຫ້ຈະມີແຕ່ພອຣ໌ດຂະໜານ ໂດຍສ່ວນຫຼາຍແລ້ວຈະຖືກປຽ່ນໄປໃຊ້ເປັນພອຣ໌ດ USB ແທນ ເກືອບທັງໝົດແລ້ວ ຫຼືຖ້າມີມາກໍຈະມີໃນຮູບແບບຂອງພອຣ໌ດເສີມທີ່ ຕ້ອງໄດ້ສຽບຫົວຕໍ່ລົງໃສ່ຂົ້ວ ຕໍ່ COM1 ຫຼື COM2 ຢູ່ໃນເມນບອຣ໌ດ ແລ້ວຫັນນອ໌ດຍຶດຕິດກັບໜ່ວຍເຄສ໌ທາງດ້ານຫຼັງ. ສ ໍາລັບພອຣ໌ດອານຸກົມ (Serial Port) ແລະ ພອຣ໌ດຂະໜານ (Parallel Port) ນີ້ ຈະມີຮູບຮ່າງຄ້າຍກັບຕົວອັກສອນ D ຈິ່ງມ ັກເອີ້ນກັນວ່າເປັນຊະນິດ D-type ໂດຍພອຣ໌ດອານຸ ກົມທີ່ ຢູ່ໃນເມນບອຣ໌ດຈະເປັນຕົວຜູ້ (ມີຂາ) ມີຈ ໍ ານວນຂາທັງໝົດ 9 ຂາ ສ່ວນພອຣ໌ດຂະໜານ ທີ່ ຢູ່ໃນເມນບອຣ໌ດຈະເປັນຕົວແມ່ (ເປັນຮູ) ມີຈ ໍ ານວນຮູທັງໝົດ 25 ຮູ (ດັ່ງຮູບ) ຮູບ ພອຣ໌ດອານຸກົມ ຮູບ ພອຣດຂະໜານ
  18. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 18 2.16 ພອຣ໌ດຄີບອຣ໌ດ

    ແລະເມົາ (PS/2 Port) ເປັນພອຣ໌ດແບບພີເອສທູ (PS/2) ທີ່ ຢູ່ໃນເມນບອຣ໌ດມີຈ ໍ ານວນຮູສຽບທັງໝົດ 6 ຮູ ໂດຍພອຣ໌ດທີ່ ໃຊ້ເຊື່ອມຕໍ່ເຂົ້າກັບອຸປະກອນຄີບອຣ໌ດຈະເປັນ PS/2 (ສີມ່ວງ) ສ່ວນພອຣ໌ດເມົາສ໌ ຈະເປັນສີຂຽວຊິ່ງທັງ 2 ພອຣ໌ດນີ້ຈະຖືກຕິດຕັ້ງຢູ່ໄກ້ກັນສະເໝີ ຖ້າຫາກຫຼົງສຽບຜິດ ຫຼື ວ່າສະຫຼັບກັນຈະໃຊ້ອຸປະກອນຊະນິດນັ້ນບໍ່ໄດ້ ໃນປັດຈຸປັນນີ້ອຸປະກອນທັງສອງຢ່າງມີໃຫ້ເລືອກ ຊື້ໄດ້ທັງແບບພອຣ໌ດ PS/2 ແລະ USB ດັ່ງນັ້ນເມື່ອເວລາຊື້ມາກໍໃຫ້ຖືກກັບພອຣ໌ດທີ່ ມີຢູ່. 2.17 ພອຣ໌ດຍູເອສບີ (USB Port) ເປັນພອຣ໌ດທີ່ ໃຊ້ເຊື່ອມຕໍ່ເຂົ້າກັບອຸປະກອນຕໍ່ພວງຕ່າງໆທີ່ ມີຫົວຕໍ່ເປັບແບບ USB ຊິ່ງ ໂດຍທົ່ວໄປແລ້ວພອຣ໌ດແບບນີ້ມ ັກຈະຖືກຕິດຕັ້ງມາໃຫ້ມີຫລາຍກ່ວາ 2 ພອຣ໌ດ ແລະມ ັ ກຈະ ພອຣ໌ດ USB ແບບເສີມໄວ້ໃຫ້ຕິດຕັ້ງເພີ່ ມເຕີມໄວ້ໄດ້ພາຍຫຼັງອີກ 2-4 ພອຣ໌ດ ທາງໜ້າ ແລະ ດ້ານຫຼັງຂອງເຄສ໌ ເພື່ ອຄວາມສະດວກໃນການໃຊ້ວຽກ ໃນອາດີດມາດຕະຖານພອຣ໌ດ USB ທີ່ ມ ັ ກໃຊ້ກັນຈະເປັນ USB 1.1 ຊິ່ງໃຫ້ເບນວິດຣ໌ ສູງສຸດພຽງ 12 Mbps ເທົ່ ານັ້ນ ແຕ່ໃນປັດ ຈຸປັດຖືກພັດທະນາຕໍ່ເປັນ USB 2.0 ຊິ່ງໃຫ້ເບນວິດຣ໌ ສູງເຖິງ 480 Mbps (40 ເທົ່ າຂອງ USB 1.1) ໂດຍຍັງສາມາດໃຊ້ວຽກຮ່ວມກັນກັບອຸປະກອນເດີມທີ່ ເປັນມາດຕະຖານ USB 1.1 ໃນປັດຈຸບັນເມນບອຣ໌ດທົ່ວໄປຫັນມາໃຊ້ມາດຕາຖານ USB 2.0 ກັນໝົດແລ້ວ ແຕ່ມາດຽວນີ້ ມາດຕະຖານ USB 3.0 ຊິ່ງໃຫ້ເບນວິດຣ໌ ສູງເຖິງ 4.8 Gbps (10 ເທົ່ າຂອງ USB 2.0) ກ ໍ າລັງກ້າວເຂົ້າມາແທນທີ່ , ສ ໍາລັບຫົວຕໍ່ ແລະ ຊ່ອງຕໍ່ພອຣ໌ດ USB ທີ່ ໃຊ້ກັບໂດຍທົ່ວໄປຈະມີ 2 ແບບຄື ພອຣ໌ດຊະນິດ A ແລະ ຊະນິດ B ຊິ່ງໃຊ້ວຽກແຕກຕ່າງກັນ. ຮູບ ພອຣ໌ດເມົາສ໌ ຮູບ ພອຣ໌ດຄີບອຣ໌ດ ຮູບ ພອຣ໌ດຍູເອສບີ
  19. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 19 ບົດທີ 3

    ຊີພີຢູ ແລະ ແຣມ (CPU and RAM) 3.1 ຊີພີຢູ (CPU) CPU ຫຍໍ້ມາຈາກ Central Processing Unit ຫຼື ໜ່ວຍປະມວນຜົນກາງເປັນສ່ວນ ປະກອບຫຼັກຊິ່ງເຮັດໜ້າທີ່ ຄິດ ຄ ໍານວນ ແລະ ປະມວນຜົນຂອງຂໍ້ມູນຕ່າງໆ ລວມທັງການຄ ໍາ ນວນເລກທາງຄະນິດສາດ ບວກ ລົບ ຄູນ ຫານ ຫຼືການຄ ໍານວນເຊິງປຽບທຽບຂໍ້ມູນທາງດ້ານ ຕັກກະສາດ ຫຼາຍກ່ວາ ນ້ອຍກວ່າ ເທົ່ າກັບ ເມື່ອຄວມພິວເຕີມີການຮັບຂໍ້ມູນໃດໆເຂົ້າມາ ຈ ັດ ເກັບໄວ້ຢູ່ໃນໜວ່ຍຄວາມຈ ໍ າແລ້ວ ກໍ່ຖືກສົ່ງຕໍ່ ໃຫ້ຊີພີຢູ ປະມວນຜົນກ່ອນສະເໝີ ນອກຈາກນີ້ ແລ້ວຊີພີຢູຍັງເຮັດໜ້າທີ່ ຄວບຄຸມການເຮັດວຽກຂອງສ່ວນປະກອບຕ່າງໆພາຍໃນລະບົບຄອມພີວ ເຕີອີກດ້ວຍຈິ່ງຖືກໄດ້ວ່າຊີພີຢູເປັນອຸປະກອນຫຼັກທີ່ ມີຄວາມສ ໍາຄັນສູງສຸດ ແລະຖືກເປັນປັດໃຈທ ໍາ ອິດທີ່ ຈະຕ້ອງໄດ້ນ ໍາມາພິຈາລະນາກ່ອນສະເໝີເມື່ອຄິດຈະຊື້ຫຼືືປະກອບຄອມໃໝ່ດ້ວຍຕົນເອງ. ໃນປັດຈຸບັນບໍລິສັດທີ່ ຜະລິດຊີພີຢູມີຄື ບໍລິສັດ Intel ແລະ AMD ຊີພີຍູ ອີນເທລ (CPU Intel) ອິນເທລ (Intel Corporation) ເປັນບໍລິສັດຜູ້ຜະລິດ ຊີພີຢູທີ່ ເກົ່າແກ່ ແລະໄດ້ມີການພັດທະນາການ ມາຢ່າງຕໍ່ເນື່ອງ ນັບຕັ້ງແຕ່ ຊີພີຢູ 8086, 8088, ແລະຊີພີຢູຕະກຸນ 80x86, ຈ ົນມາເຖິງ Celeron, Pentium II ແລະ III, ຊິ່ງໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍໃນສະໃໝນັ້ນ ກ່ອນທີ່ ຈະກ້າວເຂົ້າສູ່ຍຸກ Celeron II, Pentium 4 ແລະ Pentium 4 Extreme Edition ທີ່ ໄດ້ຮັບການຕອບຮັບຈາກຜູ້ໃຊ້ຢ່າງ ກວ້າງ ຕໍ່ມາຈ ົນຍຸກຂອງ Celeron D ແລະ Celeron Dual-Core ແລະ Pentium 4 ພາຍໃຕ້ລະຫັດ Processor Number ໃໝ່ ລວມໄປເຖິງຊີພີຍູໃນກຸ່ມ Dual ແລະ Quad- Core ຄື Pentium D, Pentium Dual-Core, Pentium Extreme Edition, Core 2 Duo, Core 2 Quad ແລະ Core 2 Extreme ທີ່ ຖືວ່າເປັນຈຸເລີ່ມຕົ້ນຂອງຊີພີຢູໃນແບບ Dual & Muti-Core ໃນເຄື່ອງ PC ທີ່ ໃຊ້ກັນຢູ່ຢ່າງແຜ່ຫຼາຍໃນປັດຈຸບັນ ລວມທັງຊີພີຢູທີ່ ມີ ໂຄງສ້າງທາງສະຖາປັດຕະຍະກ ໍ າແບບໃໝ່ຍ່າງ Nehalem ທີ່ ຈະມາພ້ອມກັບເເບຣນໃໝ່ໃນຊື່ທີ່ ເອີ້ນວ່າ Core i3, Core i5 ແລະ Core i7 ເປັນຕົ້ນ.
  20. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 20 ມາຕອນນີ້ກໍມາເຖິງຊ່ວງປາຍຍຸກຂອງ Intel

    Snady Bridge ກັນແລ້ວ ຈິ່ງພໍຈະເຫັນ ໄດ້ວ່າໃນແຕ່ລະຊື່ຍີ່ຫໍ້ເຊັ່ ນ i3, i5 ແລະ i7 ກໍ່ຍັງມີລຸ້ນຍ່ອຍແຕກອອກໄປອີກຫຼາຍ ເຮັດໃຫ້ ເກີດການສັບສົນໄດ້ວ່າຈະເລືອກຊື້ CPU ລຸ້ນໃດກັນດີ ແລະໜ້າສົນໃຈກ່ວາກັນຄື Intel Core i3 (i3-2330M) ມາເລີ່ ມກັນທີ່ ລຸ້ນຕ ໍ່າກ່ອນຍ່າງຕະກຸນ Core i3 ທີ່ ຈ ັດເປັນຕະກຸນທີ່ ບໍ່ໂດດເດັ່ນພໍປານ ໃດເນື່ອງຈາກຖືກຕະກຸນລຸ້ນໃຫ່ຍກ່ວາຂົ່ມ ແຕ່ກໍ່ຍັງຖືວ່າເປັນລຸ້ນທີ່ ໜ້າສົນໃຈສ ໍາລັບໃຊ້ວຽກງານ ທົ່ວໆ ໄປແບບເບົາໆ ລາຄາກໍເໝາະສົມ ແຕ່ກໍອາດບໍ່ຄ່ອຍເຫັນໃນການນ ໍາໄປໃຊ້ຫຼີ້ນແກມ ເນື່ອງຈາກລາຄາລຸດປະສິດທິພາບບາງຢ່າງລົງມາຈາກລຸ້ນໃຫ່ຍ ເຊັ່ ນການຕັດ Turbo Boost ອອກໄປ ອີກທັງຜູ້ຜະລິດ Notebook ກໍມ ັ ກຈ ັບ i3 ໄປຢູ່ໃນເຄື່ອງແບບໃຊ້ກຣາດຈໍ Intel HD Graphics ຈະເປັນສ່ວນໃຫ່ຍ, Core i3 ເໝາະກັບຜູ້ວຽກແບບທົ່ວໆໄປທ ໍາມະດາເຊັ່ ນ ຫຼີ້ນອິນ ເຕເນັ ພິມເອກະສານ ຫຼີ້ນແກມອອນໄລນ໌ ຊິ່ງສາມາດເຮັດໄດ້ຢ່າງສະບາຍໆ ບໍ່ຈ ໍ າເປັນຈະຕ້ອງ ໄປຊື້ລຸ້ນທີ່ ໃຊ້ CPU ສູງກ່ວານີ້ເພາະຈະມີໃຫ້ເລືອກຊື້ 3 ລຸ້ນດ້ວຍກັນຄື  Intel Core i3-2310M :2.10 GHz / 2 Cores 4 threads/L3 eache 3 MB  Intel Core i3-2330M :2.20 GHz / 2 Cores 4 threads/L3 eache 3 MB  Intel Core i3-2350M :2.30 GHz / 2 Cores 4 threads/L3 eache 3 MB ຖ້າເບິ່ງຈາກສເປັກກໍຈະພົບວ່າບໍ່ຕ່າງກັນພໍປານໃດ ໂດຍສະເພາະຄວາມໄວ ທີ່ ໃນການໃຊ້ວຽກ ຈິງເກືອບຈະບໍ່ມີຄວາມແຕກຕ່າງກັນໃນການເຮັດວຽກເລີຍ ເວັ້ນແຕ່ວ່າຈະເອົາໄປເຣນເດີວຽກທີ່ ໜັກໆ ທີ່ ອາດຈະເຮັດໃຫ້ເຫັນໄດ້ເຖິງຜົນທີ່ ແຕກຕ່າງກັນ. ມາເບິ່ງກັນທີ່ Notebook ທີ່ ໃຊ້ Core i3 ໃນທ້ອງຕະຫຼາດ ຖ້າໃຫ້ທຽບລາຄາລະຫວ່າງລຸ້ນຕ ໍ່າ ສຸດຂອງ i3-2310M ແລະ i3 -2350M ຈະພົບວ່າແຕກຕ່າງກັນແຕ່ຫຼັກຮ້ອຍເທົ່ ານັ້ນ ຫຼື ເກືອບຈະບໍ່ຕ່າງກັນກໍວ່າໃດ້ ສ່ວນໃນລຸ້ນທີ່ ສູງໆນັ້ນແນ່ນອນວ່າຈະຕ້ອງມີຄວາມແຕກຕ່າງກັນໃນ ດ້ານສເປັກ ແຕ່ຈະເປັນສເປັກໃນສ່ວນອື່ນຫຼາຍກ່ວາ ເຊັ່ ນລຸ້ນລາຄາສູງແດ່ກໍຈະມີກຣາດຈໍຕິດມາ ນ ໍາ ແຕ່ລາຄາຂອງເຄື່ອງທີ່ ວ່ານັ້ນມີລາຄາເກືອບໆສ ໍ່າກັນກັບ Core i5 ແຕ່ລຸ້ນທີ່ ໃຊ້ Core i3 ຍັງມີດີຢູ່ນັ້ນຄືຄວາມຮ້ອນທີ່ ໜ້ອຍກ່ວາລຸ້ນ Core i5 ຢ່າງເຫັນໃດ້ຂ້ອນຂ້າງເຊັດເຈນເຖິງ 10 ອົງສາ ຖ້າຈະເວົ້າວ່າໃຫ້ເລືອກຊື້ລຸ້ນໃດກັນດີນັ້ນຂອງ Core i3 ຍັງເວົ້າບໍ່ໄດ້ເທື່ ອ ແຕ່ກໍພໍຈະຂໍ ແນະນ ໍາໃຫ້ເລືອກຊື້ລຸ້ນກາງຄື Intel Core i3-2330M ເພາະວ່າເປັນລຸ້ນທີ່ ຂ້ອນຂ້າງສົມບູນ ແບບລາຄາເຄື່ອງກໍໍບໍ່ແພງເກີນໄປແລະຍັງມີໃຫ້ເລືອກຊື້ກັນຢູ່ຕາມຮ້ານຂາຍຄອມພິວເຕີຢ່າງຫຼວງ ຫຼາຍ.
  21. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 21 Intel Core

    i5 (i5-2450M) ມາເຖິງລຸ້ນກາງທີ່ ມີຄວາມຫຼາກຫຼາຍໃນຕະຫຼາດທີ່ ສຸດທີ່ ມ ັນມີກັນຫຼາກຫຼາຍນັ້ນກໍ່ເພາະວ່າ ບັນດາຜູ້ຜະລິດ Notebook ຕ່າງໆ ໃນລຸ້ນທີ່ ໃຊ້ CPU ເປັນ Core i5 ລົງສູ່ທ້ອງຕະຫຼາດກັນ ຢ່າງຫຼວງຫຼາຍທີ່ ສຸດ ຊິ່ງຈຸດປະສົງທີ່ ທາງ Intel ສົ່ງ i5 ລົງມານັ້ນກໍ່ເພື່ ອຕອບສະໜອງການ ໃຊ້ວຽກໃນລະດັບປານກາງໆ ບໍ່ວ່າຈະໃຊ້ພິມເອກະສານ ຫຼີ້ນເນັດກໍສະບາຍ ຈະຫຼີ້ນເກມໜັກໆ ເບົາໆ ກໍສະບາຍ ແລະເຮັດໄດ້ຍ່າງບໍ່ມີບັນຫາ ເອີ້ນວ່າເປັນ CPU ທີ່ ມີປະສິດທິພາບຕໍ່ລາຄາຢູ່ ໃນລະດີກໍ່ວ່າໄດ້ ອີກທັງຍັງມີເຄື່ອງທີ່ ມາພ້ອມສເປັກທີ່ ຫຼາກຫຼາຍໃຫ້ໃຊ້ວຽກ ບໍ່ວ່າເລື່ ອງຂອງ ກຣາດຈໍແຍກ ເລື່ ອງຂອງຂະໜາດໜ້າຈໍ ເລື່ ອງຂອງພອຣດທີ່ ເຊື່ອມຕໍ່ ແຖບຍັງມີໃຫ້ເລືອກຊື້ ໄດ້ຫຼາຍລຸ້ນ ໂດຍຕະຫຼາດໃນລາວຈະມີ Core i5 ຢູ່ຫຼັກໆດ້ວຍກັນ 3 ລຸ້ນດັ່ງນີ້  Intel Core i5-2410M :2.30 GHz /2 Cores 4 threads/L3 eache 3 MB- / Turbo Boost up to 2.90 GHz  Intel Core i3-2430M :2.40 GHz /2 Cores 4 threads/L3 eache 3 MB- / Turbo Boost up to 3.00 GHz  Intel Core i3-2450M :2.50 GHz /2 Cores 4 threads/L3 eache 3 MB- / Turbo Boost up to 3.10 GHz ກໍ່ຍັງຄົງເປັນ Step ດຽວກັນກັບ Core i3 ນັ້ນຄືບຂື້ນມາເທື່ ອລະ 0.10 GHz ເຮັດໃຫ້ຫຼາຍ ຄົນອາດຈະສັ່ງໃຈວ່າຈະຊື້ລຸ້ນໃດດີຊິ່ງທາງຜູ້ຂຽນຂໍແນະນ ໍາວ່າຖ້າເປັນໄປໄດ້ພະຍາຍາມຕັດລຸ້ນ ທີ່ ໃຊ້ Core i5-2410M ອອກໄປກ່ອນ ເນື່ອງຈາກຂອງເລີ່ ມຂາດຕະຫຼາດແລ້ວ ເພາະເປັນ ລຸ້ນທີ່ ເກົ່າສຸດໃນຕະຫຼາດ ຊິ່ງລຸ້ນທີ່ ໜ້າສົນໃຈຫຼາຍທີ່ ສຸດນັ້ນຄື Core i5-2430M ແລະ Core i5-2450M. CPU Core i5 ໃຊ້ເໝາະສົມກັບການຄ ໍານວນວຽກໜັກໆ ການເຣນເດີ ການຣັນໂປຣມ ແກຣມໜັກໆ. Intel Core i7 (i7-2630M) ມາເຖິງລຸ້ນສຸດທ້າຍ CPU ລຸ້ນໃຫ່ຍຄື Core i7 ໃນຕະກຸນນີ້ມີໃຫ້ເລືອກບໍ່ຫຼາຍ ແຕ່ ສ່ວນທີ່ ມາເຮັດໃຫ້ລາຄາແຕ່ລະລຸ້ນມ ັ ນຕ່າງກັນຫຼາຍທີ່ ສຸດກໍ່ຄືສ່ວນປະກອບອື່ນໆ ໄດ້ແກ່ກຣາດຈໍ ພອຣດເຊື່ອມຕໍ່ຂະໜາດຈໍ ວັດສະດຸທີ່ ມີໃຫ້ເລືອກຕັ້ງແຕ່ແບບດີກ່ວາທ ໍາມະດາເລັກໜ້ອຍຈ ົນໄປ ເຖິງລະດັບສຸດຍອດຂອງບັນດາໂນ໌ດບຸ໊ກ ຊິ່ງກໍເໝາະກັບຈຸດປະສົງຂອງ Intel ອອກແບບມານັ້ນ
  22. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 22 ຄືຕ້ອງການໃຫ້ເປັນ CPU

    ທີ່ ຮອງຮັບການເຮັດວຽກໜັກໆໄດ້ຢ່າງສະບາຍບໍ່ວ່າຈະເປັນການຫຼີ້ນ ເກມ ເຣນເດີ 3D ການຄ ໍານວນທາງຄະນິດສາດ ຫຼືວ່າການໃຊ້ວຽກແບບທົ່ວໆໄປກໍສະດວກດີ. ຊິ່ງຢູ່ໃນທ້ອງຕະຫຼາດລຸ້ນທີ່ ພົບເຫັນກ ັນຫຼາຍທີ່ ສຸດກໍຄື  Intel Core i7 - 2630QM : 2.00 GHz /4 Cores 8 threads/L3 eache 6 MB- / Turbo Boost up to 2.90 GHz  Intel Core i7 - 2670QM : 2.20 GHz /4 Cores 8 threads/L3 eache 6 MB- / Turbo Boost up to 3.10 GHz  Intel Core i7 - 2720QM : 2.20 GHz /4 Cores 8 threads/L3 eache 6 MB- / Turbo Boost up to 3.30 GHz  Intel Core i7 - 2760QM : 2.40 GHz /4 Cores 8 threads/L3 eache 6 MB- / Turbo Boost up to 3.50 GHz ໂດຍຖ້າເບິ່ງທົ່ວໆ ໄປແລ້ວໃນທ້ອງຕະຫຼາດລຸ້ນທີ່ ໄດ້ຮັບຄວາມນິຍົມຫຼາຍທີ່ ສຸດຈະເປັນ i7-2630 QM ແລະ i7-2730 QM ເນື່ອງຈາກມີປະສິດທິພາບກ ໍ າລັງດີ ໂດຍສະເພາະ i7-2630QM ທີ່ ອອກມາກ່ອນໂດຍມີຢູ່ຊ່ວງໜຶ່ ງທີ່ ເປັນ Core i7 ລຸ້ນດຽວໃນຕະຫຼາດໂນ໌ດ ບຸ໊ກຈິ່ງເຮັດໃຫ້ເປັນທີ່ ນິຍົມກັນຫຼາຍທີ່ ສຸດສ ໍາລັບຜູ້ທີ່ ຕ້ອງການເຄື່ ອງປະສິດທິພາບສູງ. ເອເອັມດີ (Advanced Micro Devices) ນັບໄດ້ວ່າເປັນຄູ່ແຂ່ງທີ່ ສ ໍາຄັນຂອງ Intel ທີ່ ໄດ້ພັດທະນາຊີພີຍູລຸ້ນຕ່າງໆ ຂອງຕົົນເອງອອກມາຢ່າງຕໍ່ເນື່ອງ ນັບຕັ້ງແຕ່ຍຸກ K5, K6(K6- 2/K6-III), K67 (Athlon/Duron/Athlon XP) ຕະຫຼອດມາ ກ່ອນທີ່ ຈະກ້າວເຂົ້າສູ່ຍຸກຂອງຊີ ພີຍູຕະກຸນ K8 ທີ່ ໄດ້ປັບປຸງໂຄງສ້າງພາຍໃນໃໝ່ ໂດຍໄດ້ຍ້າຍເອົາສ່ວນຄວບຄຸມໜ່ວຍຄວາມ ຈ ໍ າເຂົ້າມາໄວ້ຢູ່ພາຍໃນຕົວຊີພີຍູເລີຍ (Integrated Memory Controller) ຊິ່ງຊ່ວຍໃຫ້ການ ຕິດຕໍ່ ຫຼືຮັບສົ່ງຂໍ້ມູນກັນລະຫວ່າງຊີພີຍູກັບໜ່ວຍຄວາມຈ ໍ າເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍ ຂື້ນ ພ້ອມໆກັບສະໜັບສະໜູນການປະມວນຜົນທັງໃນແບບ 32 ແລະ 64 ບິດ ດ້ວຍເທັກໂນ ໂລຢີ AMD64 ຄື Sempron, Athlon64 FX ລວມໄປເຖິງຊີພີຍູໃນກຸ່ມ Dual & Multi- Core ກຸ່ມທ ໍາອິດຄື Athlon64 X2 ແລະ Athlon64 FX ກ່ອນຈະຂ້າມມາຍຸກທີ K10 ຊິ່ງ ເປັນຊີພີຍູໃນກຸ່ມຂອງ Dual & Multi-Core ທີ່ ແທ້ຈິງຄື Athlon X2, Phenom X3, Phenom X4 ແລະ Phenom FX ເປັນຕົ້ນ.
  23. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 23 3.1 ແຣມ

    (RAM) ເປັນໜ່ວຍຄວາມຈ ໍ າ (Memory) ທີ່ ເປັນສ່ວນປະກອບສ ໍາຄັນໃນລະບົບຄອມພິວເຕີຊິ່ງ ຕ້ອງໄດ້ເຮັດວຽກຮ່ວມກັນກັບຊີພີຍູຢູ່ຢ່າງໃກ້ສິດກັນຕະຫຼອດເວລາ ເຮັດໜ້າທີ່ ຈ ັດເກັບ ແລະບັນ ທຶກຂໍ້ມູນ ຄ ໍາສັ່ງຕ່າງທີ່ ໃຊ້ປະມວນຜົນ ຄິດເລກໃນການຄ ໍານວນ ພ້ອມທັງເປັນທີ່ ຜັກຂອງຂໍ້ມູນ ຊົ່ວຄາວເພື່ ອລໍສົ່ງຂໍ້ມູນໃຫ້ກັບຊີພີຍູນ ໍາໄປປະມວນຜົນ ແລະອື່ນໆ.  ປະເພດຂອງແຣມ (RAM) ໂດຍທົ່ວໄປສາມາດແບ່ງປະເພດຂອງແຣມອອກເປັນ 2 ປະເພດໃຫ່ຍໆຄື Static RAM (SRAM) ແລະ Dynamic RAM (DRAM) ມີລາຍລະອຽດດັ່ງນີ້. Static RAM (SRAM) Dynamic RAM (DRAM)  ຊະນິດຂອງແຣມ ຫຼື DRAM RAM ທີ່ ນ ໍາມາໃຊ້ເຮັດເປັນແຜງໜ່ວຍຄວາມຈ ໍ າຫຼັກຂອງລະບົບຊະນິດຕ່າງໆ ທີ່ ໃຊ້ກັນ ແຕ່ໃນອະດີດຈ ົນເຖິງປັດຈຸບັນທີ່ ມີເທັກໂນໂລຢີຟື້ນຖານໃນການເຮັດວຽກແບບດຽວກັນຄື ເປັນ ແບບ Synchronous ແຕ່ໄດ້ມີການພັດທະນາໃຫ້ມີຄວາມໄວຂື້ນໄປເລື້ອຍໆ ດັ່ງນີ້ SDRAM (Synchronous DRAM) ຕົວຊິບຈະໃຊ້ບັນຈຸພັນ (Package) ແບບ TSOP (Thin Small Outline Package) ຕິດຕັ້ງຢູ່ເທິງແຜງໂມດູນແບບ DIMM (Dual Inline Memory Module) ທີ່ ມີຮ່ອງບາກບໍລິເວນຂາສັນຍານ 2 ຮ່ອງ ແລະມີຈ ໍ ານວນຂາທັງໝົດ 168 ຂາ (168 Pin)
  24. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 24 ໃຊ້ແຮງດັນໄຟ 3.3V

    ຄວາມໄວບັສມີທັງ 66 MH2, 100 MH2 ແລະ 133 MH2 ຖືກຢຸດໃຊ້ແລ້ວໃນຍຸກສຸດທ້າຍຂອງ Pentium III. (ຮູບ SDRAM ແບບ 168 Pin) DDRAM SDRAM (Double Data Rate SDRAM) ຕົວຊິບຈະໃຊ້ບັນຈຸພັນ (Package) ແບບ TSOP ຕິດຕັ້ງຢູ່ເທິງແຜງໂມດູນແບບ DIMM ເຊັ່ ນດຽວກັນກັບ SDRAM ທີ່ ມີຮ່ອງບາກບໍລິເວນຂາສັນຍານ 1 ຮ່ອງ ແລະມີຈ ໍ າ ນວນຂາທັງໝົດ 184 ຂາ (184 Pin) ໃຊ້ແຮງດັນໄຟ 2.5V ຄວາມໄວບັສມີທັງ 133 MH2 (DDR-266) ຈ ົນໄປເຖິງ 700 MH2 (DDR-700) ມີຄວາມຈ ໍ າສູງສຸດ 1 GB ຕໍ່ແຜງ ແຕ່ໃນປັດຈຸບັນໝົດຄວາມນິຍົມໄປແລ້ວ. (ຮູບ DDRAM ແບບ 184 Pin) DDR2 SDRAM ເປັນໜ່ວຍຄວາມຈ ໍ າທີ່ ຖືກນ ໍາມາໃຊ້ວຽກຢ່າງແຜ່ຫຼາຍນັບຕັ້ງແຕ່ປີ 2004 ຈ ົນເຖິງທ້າຍ ປີ 2012 ຕົວຂອງຊິບຈະບັນຈຸພັນແບບ FBGA (Fine Pitch Ball Grid Array) ທີມີ ຄວາມຕ້ານທານໄຟຟ້າຕ ໍ່າກ່ວາແບບ TSOP ອີກທັງຍັງສາມາດອອກແບບໃຫ້ຕົວຊິບມີຂະໜາດ ນ້ອຍລົງ ແລະບາງລົງໄດ້ ລວມທັງການປັບປຸງຄຸນນະພາບອີກຫຼາຍປະການ ເຊັ່ ນ ການປັບລຸດ ການໃຊ້ພະລັງງານໄຟຟ້າລົງ ແລະ ການເຮັດວຽກດ້ວຍພະລັງງານຄວາມຖີ່ສູງຂື້ນຊິບດັ່ງກ່ວານີ້ ຖືກຕິດຕັ້ງຢູ່ເທິງແຜງ DIMM ທີ່ ມີຮ່ອງບາກບໍລິເວນຂາສັນຍານ 1 ຮ່ອງ ແລະມີຈ ໍ ານວນຂາ 240 ຂາ (240 Pin) ໃຊ້ແຮງດັນໄຟຟ້າພຽງ 1.8V ຮອງຮັບຄວາມຈຸສູງສຸງໄດ້ພຽງ 4 GB ຄວາມໄວບັສ ຕັ້ງແຕ່ 200 MH2 (DDR2-400) ໄປຈ ົນເຖິງ 533 MH2 (DDR2-1066) (ຮູບ DDR2 ແບບ 240 Pin)
  25. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 25 DDR3 SDRAM

    ເປັນໜ່ວນຄວາມຈ ໍ າທີ່ ລ່າສຸດທີ່ ມາແທນທີ່ DDR2 ໂດຍເລີ່ ມໃຊ້ກັນຈິງໃນປີ 2009 ຕົວ ຊິບຈະໃຊ້ບັນຈຸພັນແບບ FBGA ເຊັ່ ນດຽວກັນກັບ DDR2 ມີຮ່ອງບາກບໍລິເວນແນວຂາສັນ ຍານ 1 ຮ່ອງ ຊິ່ງຢູ່ໃນຕ ໍ າແໜ່ງທີ່ ບໍ່ຄືກັນກັບ DDR2 ເຮັດໃຫ້ບໍ່ສາມາດສຽບແທນກັນໄດ້ ເຖິງແມ່ນວ່າຈ ໍ ານວນຂາເທົ່ າກັນຄື 240 ຂາ (240 Pin ) ຮອງຮັບຄວາມຈຸສູງສຸດໄດ້ສູງເຖິງ 16 GB ສ ໍາລັບຈຸດເດັ່ ນຂອງ DDR3 ທີ່ ຖືກພັດທະນາມາຈາກ DDR2 ນອກຈາກຈະໃຊ້ແຮງ ດັນໄຟລຸດລົງເຫຼືອພຽງ 1.5V ແລ້ວຍັງເຮັດວຽກດ້ວຍຄວາມຖີ່ສັນຍານນາລິກາສູງຂື້ນກ່ວາເດີມຄື ເລີ່ ມຕົ້ນແຕ່ 400 MH2 ຫຼືຄິດເປັນຄວາມໄວບັສທີ່ 800 MH2 effective ໃນຮຸ່ນ DDR3- 800, DDR3-1066, DDR3-1333 ແລະ DDR3-1600. (ຮູບ DDR3 ແບບ 240 Pin)
  26. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 26 ບົດທີ 4

    ຮາຣ໌ດດິສກ໌ ຊີດີ ແລະ ດີວີດີຣອມໄດຣວ໌ (Harddisk CD and DVD-ROM Drive) 4.1 ຮາຣ໌ດດິສ໌ກ (Hard Disk) ເປັນອຸປະກອນຈ ັດເກັບຂໍ້ມູນຄວາມໄວສູງທີ່ ເຮັດຈາກຈານແມ່ເຫຼັກເຊິ່ງໝູນດ້ວຍຄວາມໄວ ຫຼາຍພັນຮອບຕໍ່ວິນາທີ ແລະມີຫົວອ່ານກຽມພ້ອມທີ່ ຈະອ່ານ ຫຼື ກຽມພ້ອມທີ່ ຈະບັນທຶກຂໍ້ມູນຢູ່ຕະ ຫຼອດເວລາຈາກຄ ໍາສັ່ງຊີພີຍູ ໂດຍຈານບັນທຶກຂໍ້ມູນນີ້ອາດມີແຜ່ນດຽວຫຼືຫຼາຍແຜ່ນ ແລະບັນທຶກ ຂໍ້ດ້ານດຽວຫຼືສອງດ້ານຂອງແຜ່ນກໍ່ໄດ້. ຮາຣ໌ດດິສກ໌ເປັນອຸປະກອນຫຼັກເຊິ່ງບັນຈຸບໍ່ພຽງແຕ່ໃຊ້ເກັບຂໍ້ມູນເວລາທີ່ ເປີດເຄື່ອງເທົ່ ານັ້ນ ແຕ່ຍັງເປັນທີ່ ພັກຂອງຂໍ້ມູນລະຫວ່າງການເຮັດວຽກໃນຂັ້ນຕອນຕ່າງຂອງໂປຣມແກຣມ ຫຼືລະບົບ ປະຕິບັດການດ້ວຍ ຮາຣ໌ດດິສກ໌ໃນປັດຈຸບັນມີຄວາມໄວ ແລະຄວາມຈ ໍ າສູງຫຼາຍລວມທັງມີອິນເຕີ ເຟສ ຫຼືຊ່ອງສັນຍານທີ່ ໃຊ້ຮັບສົ່ງຂໍ້ມູນ ຄ ໍາສັ່ງ ຫຼືສະຖານະຕ່າງໆກັບລະບົບທີ່ ຫຼາກຫຼາຍໃນການ ເຊື່ອມຕໍ່ຮາຣ໌ດດິສກ໌ໃນປະຈຸບັນມີຫຼາຍແບບຄື ແບບ EIDE (Enhanced IDE), Serial ATA (SATA) ແລະ External Harddisk/NAS 4.1.1 ຮາຣ໌ດດິສກ໌ແບບ EIDE (Enhanced IDE) ເປັນມາດຕະຖານການເຊື່ອມຕໍ່ຮາຣ໌ດດິສກ໌ ແລະອຸປະກອນດິສກ໌ໄດຣວ໌ຕ່າງໆທີ່ ໃຊ້ເທກ ໂນໂລຢີການຮັບສົ່ງຂໍ້ມູນແບບຂະໜານ (Parallel) ໂດຍມີການເອີ້ນຊື່ໜື່ ງອີກວ່າ PATA ເຊິ່ງ ໄດ້ໃຊ້ກັນມາດົນແລ້ວ ແລະໄດ້ຮັບຄວາມນິຍົມກັນຢ່າງຫຼວງຫຼາຍໃນອະດີດ ຕັ້ງແຕ່ການເຊື່ອມຕໍ່ ຫຼືອິນເຕີເຟສໃນຮູບແບບ IDE ຫຼືື ATA ລຸ້ນທ ໍາອິດ ຈ ົນມາເຖິງ ATA/ATAPI-4,5 ແລະ 6 ທີ່ ສະໜັບສະໜູນການຮັບສົ່ງຂໍ້ມູນໃນໂໝດ Ultra AMD 2 (ATA-33), Ultra AMD 4 (ATA-66), Ultra AMD 5 (ATA-100), Ultra AMD 6 (ATA-133) ໃນປັດຈຸບັນ ຊິ່ງໃຫ້ອັດຕາຄວາມໄວໃນການຮັບສົ່ງຂໍ້ມູນເປັນ 33.3,66.6,100 ແລະ 133 MB/s ຕາມລ ໍາ ດັບ.
  27. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 27 ສ ໍາລັບສາຍສັນຍານທີ່

    ໃຊ້ໃນການເຊື່ອມຕໍ່ຮາຣ໌ດດິສກ໌ແບບ IDE ນີ້ຈະມີລັກສະນະເປັນ ສາຍແພ (Ribbon) ແບບ 40 ຫຼື 80 ເສັ້ນ ທີ່ ມີຫົວຕໍ່ 3 ຫົວຢູ່ໃນສາຍແພດຽວກັນໂດຍທີ່ ຫົວ ຕໍ່ສົ້ນໜື່ ງສຽບລົງໃສ່ຂົ້ວຕໍ່ IDE ຢູ່ໃນເມນບອຣ໌ດສ່ວນທີ່ ເຫຼືອອີກ 2 ຫົວໃຊ້ສຽບເຂົ້າກັບຂົ້ວຕໍ່ IDE ຂອງຮາຣ໌ດດິສກ໌ໄດ້ 2 ອັນ ແຕ່ການທີ່ ຈະເຮັດໃຫ້ຮາຣ໌ດດິສກ໌ 2 ອັນ ທີ່ ຖືກເຊື່ອມຕໍ່ຢູ່ໃນ ສາຍແພເສັ້ນດຽວກັນນັ້ນຈະເຮັດວຽກຮ່ວມກັນໄດ້ (ຂໍ້ມູນບໍ່ຕ ໍາກັນ) ຈ ໍ າເປັນຕ້ອງມີການກ ໍ ານົດຈ ໍ າ ເປີ ຫຼື ກ ໍ ານົດສະຖານະການການເຮັດວຽກຂອງຮາຣ໌ດດິສກ໌ທັງ 2 ອັນ ໃຫ້ຕ່າງກັນເສຍກ່ອນ ໂດຍກ ໍ ານົດໃຫ້ອັນໜື່ ງເປັນຕົວຫຼັກ (Master) ອີກໜື່ ງໃຫ້ເປັນ (Slave) ຈິ່ງຈະສາມາດໃຊ້ຮ່ວມ ກັນໄດ້. ໃນປັດຈຸບັບຜູ້ທີ່ ໃຊ້ວຽກສ່ວນຫຼາຍລວມເຖິງຮູບແບບຂອງການເຊື່ອມຕໍ່ຮາຣ໌ດດິສກ໌ ແລະ ອຸປະກອນດິສກ໌ໄດຣວ໌ຕ່າງໆປ່ຽນໄປໃຊ້ມາດຕະຖານອິນເຕີເຟສໃນຮູບແບບ Serial ATA ຫຼື SATA ທີ່ ມີຂໍ້ໄດ້ປຽບທັງໃນເລື່ ອງຂອງເທັກໂນໂລຍີດັ່ງທີ່ ຈະອະທິບາຍໃນຫົວຂໍ້ຕໍ່ ໄປນອກຈາກນີ້ ຍັງສັງເກດໄດ້ຈາກເທິງເມນບຣ໌ອດລຸ້ນໃໝ່ໆອາດຈະຕິດຕັ້ງຂົ້ວຕໍ່ IDE ມາໃຫ້ພຽງແຕ່ໜື່ ງຂົ້ວຕໍ່ ເທົ່ ານັ້ນ ໂດຍຫັນໄປເພີ່ ມຈ ໍ ານວນພອຣ໌ດ SATA ໃຫ້ຫຼາຍຂື້ນອີກດ້ວຍ. 4.1.2 ຮາຣ໌ດດິສກ໌ແບບ Serial ATA (SATA) SATA ຫຼື Serial ATA ເປັນມາດຕະຖານໃໝ່ໃນການເຊື່ອມຕໍ່ຮາຣ໌ດດິສກ໌ ແລະອຸປະ ກອນດິສກ໌ໄດຣວ໌ຕ່າງໆທີ່ ໃຊ້ເທັກໂນໂລຍີໃນການຮັບສົ່ງຂໍ້ມູນແບບອານຸກົມ (Serial) ເຊິ່ງເປັນ ການຮັບສົ່ງຂໍ້ມູນເທື່ ອລະບິດຢ່າງຕໍ່ເນື່ອງແບບດຽວກັນກັບພອຣ໌ຕ USB ແລະ Firewire ແຕ່ມີ ອັດຕາຄວາມໄວໃນການຮັບສົ່ງຂໍ້ມູນສູງກວ່າແບບຂະໜານຂອງ IDE ຫຼື ATA ແບບເດີມ ໂດຍມາດຕະຖານອິນເຕີເຟສຂອງຮາຣ໌ດດິສກ໌ແບບ SATA ໃນຍຸກທ ໍາອິດ ຫຼື SATA/150 ຈະມີອັດຕາຄວາມໄວໃນການຮັບສົ່ງຂໍ້ມູນ 1.5 Gbit/s ເຊິ່ງກໍ່ຄືປະມານ 150 MB/s ແຕ່ມາດ ຕະຖານທີ່ ໃຊ້ກັນຍ່າງແພ່ຫຼາຍໃນປະຈຸບັນຄື SATA-II ຫຼື SATA/300 ທີ່ ມີອັດຕາໃນການຮັບ ສົ່ງ 3 Gbit/s ຄືປະມານ 300 MB/s ແລະຄວາມໄວກ ໍ າລັງຈະເພີ່ ມຂື້ນເປັນ 6 Gbit/s (600 MB/s) ດ້ວຍຊື່ໃໝ່ SATA-IO (SATA Internationnal Organization)
  28. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 28 ຮາຣ໌ດດິສກ໌ທີ່ ໃຊ້ແບບອິນເຕີເຟສແບບ

    SATA ມີຂໍ້ໄດ້ປຽບກ່ວາແບບ IDE ຢູ່ຫຼາຍປະ ການເຊັ່ ນ ມີອັດຕາຄວາມໄວໃນການຮັບສົ່ງຂໍ້ມູນສູງກ່ວາ, ໃຊ້ແຮງດັນໄຟຟ້າຕ ໍ່າ, ຕິດຕັ້ງໄດ້ ງ່າຍເພາະບໍ່ຕ້ອງໄດ້ກ ໍ ານົດສະຖານະເປັນ Master ຫຼືແບບ Slave ໃຫ້ກັບຮາຣ໌ດດິສກ໌ອີກຕໍ່ໄປ 4.1.3 ຮາຣ໌ດດິສກ໌ແບບ External Harddisk/NAS ໂດຍທົ່ວໄປເຮົາພົບເຫັນຮາຣ໌ດດິສກ໌ແບບ External Harddisk ແລະເຄີຍໄດ້ໃຊ້ກັນ ມ ັກຈະເປັນແບບທີ່ ຕິດຕັ້ງໄວ້ຢູ່ພາຍນອກຕົວເຄື່ອງ ຫຼື ສາມາດຫີ້ວໄປໃຊ້ວຽກໃນສະຖານທີ່ ຕ່າງໆ ໄດ້ເຊິ່ງໃນອະດີດມາຈ ົນເຖິງທຸກວັນນີ້ມ ັກນິຍົມໃຊ້ກັນກັບ Notebook ຫຼາຍກ່ວາໃຊ້ກັບເຄື່ອງ ແບບ PC ໂດຍເຊື່ອມຕໍ່ທາງພອຣ໌ດ USB ວິທີການໃຊ້ກໍ່ງ່າຍໆພຽງແຕ່ສຽບສາຍຕໍ່ USB ເຂົ້າ ໃສ່ພອຣ໌ດ USB ຂອງຕົວເຄື່ອງເມື່ອຕ້ອງການໃຊ້ວຽກເຄື່ອງກໍ່ຈະກວດສອບແລະຕິດຕັ້ງໃຫ້ເອງ. 4.2 ຊີດີຣອມໄດຣວ໌ (CD-ROM Drive) ຊີດີຣອມໄດຣວ໌ (CD-ROM) ຫຼື Compact Disk Read Only Memory ເປັນ ເຄື່ອງຫຼີ້ນແຜ່ນຊີດີທີ່ ໃຊ້ອ່ານໄດ້ຢ່າງດຽວບໍ່ສາມາດບັນທຶກ ຫຼືຂຽນຂໍ້ມູນລົງໄປໃນແຜ່ນຊີດີໄດ້. ແຜ່ນຊີດີໂດຍທົ່ວໄປຈະມີຄວາມຈຸຂໍ້ມູນຢູ່ປະມານ 650-700 MB ໂດຍຂໍ້ມູນທັງໝົດໃນ ແຜ່ນຈະຖືກເປັນທຶກເປັນຮ່ອງດຽວວົນຕໍ່ກັນເປັນຮອຍຍາວຕະຫຼອດທັງແຜ່ນການອ່ານຂໍ້ມູນຈະໃຊ້ ວິທີຍິງລ ໍາແສງເລເຊີຂະໜາດນ້ອຍໄປຕົກກະທົບລົງໃສ່ແຜ່ນແລ້ວຈະສະທ້ອນມາທີ່ ຫົວອ່ານ ຫຼືຊີ ດີຣອມໄດຣວ໌ມີຄວາມໄວສູງສຸດຢູ່ທີ່ ປະມານ 52 ເຖິງ 56 ເທົ່ າຂອງແຜ່ນຊີດີເພງປົກກະຕິ ຫຼືທີ່ ມ ັກເອີ້ນກັນວ່າ 52x ແລະ 56x ນັ້ນເອງ. ໄດຣວ໌ຊີດີຣອມທີ່ ຂາຍຕາມທ້ອງຕະຫຼາດຈະມີອິນເຕີເຟສໃຫ້ເລືອກຫຼາຍແບບ ແຕ່ທີ່ ນິຍົມ ໃຊ້ກັນຜ່ານມາມ ັ ກຈະເປັນແບບ IDE ທີ່ ໃຊ້ເຊື່ອມຕໍ່ກັບຄອນເນັດເຕີ IDE ໃນເມນບອຣ໌ດໂດຍ ໃຊ້ສາຍແພແບບ 40 ຫຼື 80 ເສັ້ນເຊັ່ ນດຽວກັນກັບຮາຣ໌ດດິສກ໌ແບບ IDE ຂໍ້ຄວນລະວັງຄືບໍ່ ຄວນເຊື່ອມຕໍ່ຊີດີຣອມໄດຣວ໌ກັບຮາຣ໌ດດິສກ໌ໄວ້ຢູ່ໃນສາຍແພດຽວກັນ ເພາະຊີດີຣອມໄດຣວ໌ເຮັດ ວຽກຊ້າກ່ວາຮາຣ໌ດດິສກ໌ຫຼາຍ ອາດເຮັດໃຫ້ຮາຣ໌ດດິສກ໌ມີປະສິດທິພາບໃນການເຮັດວຽກຊ້າລົງ.
  29. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 29 4.3 ດີວີດີຣອມໄດຣວ໌

    (DVD-ROM Drive) ດີວີດີຣອມໄດຣວ໌ (DVD-ROM) Digital Video Disk Read Only Memory ເປັນທີ່ ໃຊ້ອ່ານໄດ້ທັງແຜ່ນຊີດີ ແລະດີວີດີ ແຕ່ບໍ່ສາມາດບັນທຶກຂໍ້ມູນລົງແຜ່ນຊີດີ ແລະດີວີດີໄດ້ ແຜ່ນດີວີດີຈະມີຂະໜາດໃຫ່ຍເທົ່ າກັບແຜ່ນຊີດີແຕ່ຈະໜາກ່ວາເລັກນ້ອຍ ຄື 1.2 ມມ. ຖ້າທຽບກັບແຜ່ນຊີດີທີ່ ໜາປະມານ 1.0 ມມ ແລະມີຄວາມຈຸຫຼາຍກ່ວາຫຼາຍເທົ້າ. ແຜ່ນ DVD ມີການບັນທືກຂໍ້ມູນອອກຈ ໍ າໜ່າຍແຜ່ຫຼາຍໄດ້ແກ່ ແຜ່ນໜັງເລື່ອງຕ່າງໆ ເຊິ່ງແຕ່ລະດ້ານຈະບັນທືກຂໍ້ມູນໄດ້ສູງ 2 ຊັ້ນ (Layer) ໂດຍແຕ່ລະຊັ້ນຈະສາມາດບັນຈຸຂໍ້ມູນ ໄດ້ຫຼາຍເຖິງ 4.7 GB ດັ່ງນັ້ນຫາກບັນທຶກຊັ້ນດຽວຄື 4.7 GB ຈະຖືກເອີ້ນວ່າ DVD-5 ສ່ວນ ຖ້າບັນທຶກຂໍ້ມູນສອງຊັ້ນຄື 4.7 x 2 = 9.4 GB (ເກັບໄດ້ແທ້ໆພຽງປະມານ 8.5 GB) ຈະ ຖືກເອີ້ນວ່າ DVD-9 ຊິ່ງຖ້າເຮົານ ໍາເອົາແຜ່ນມາສ່ອງເບິ່ງດ້ານຫຼັງຈະເຫັນເປັນລາຍຂໍ້ມູນຂອງ ຊັ້ນ ຫຼື Layer ຢູ່ລຸ່ມຊິ່ງເອີ້ນກັນວ່າລາຍນ ໍ້ າ. ຕາຕະລາງປະເພດແຜ່ນ DVD ມີດັ່ງນີ້ ປະເພດ DVD ການບັນທຶກ ດ້ານທີ່ ບັນທຶກ ຄວາມບັນຈຸລວມ DVD-5 1 ຊັ້ນ 1 ດ້ານ 4.7 GB DVD-9 2 ຊັ້ນ (Dual-Layer) 1 ດ້ານ 8.5 GB DVD-10 1 ຊັ້ນ 2 ດ້ານ (Double-Sided) 9.4 GB DVD-18 2 ຊັ້ນ (Dual-Layer) 2 ດ້ານ (Double-Sided) 17 GB  ຄວາມໄວຂອງໄດຣວ໌ຊີດີຣອມ ແລະດີວີດີ ຄວາມໄວຂອງໄດຣວ໌ຊີດີຣອມນັ້ນໄດ້ຖືກກ ໍ ານົດຄ່າເປັນ “x” ໂດຍໄດ້ເລີ່ ມຕົ້ນທີ່ 1x ຊິ່ງໝາຍເຖິງອັດຕາຄວາມໄວການຖ່າຍໂອນຂໍ້ມູນຂະໜາດ 150 KB/s ຈ ົນເຖິງ 56x ດັ່ງສະ ແດງໃນຕາຕະລາງຕໍ່ໄປນີ້.
  30. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 30 ຄວາມໄວໃນການໜູນ (x)

    ອັດຕາການຖ່າຍໂອນຂໍ້ມູນ (KB/s) 1x 150 KB/s 2x 300 KB/s 8x 1.200 KB/s 48x 7.200 KB/s 52x 7.800 KB/s 56x 8.400KB/s ຕາຕະລາງປຽບທຽບຄວາມໄວ ແລະອັດຕາການຖ່າຍໂອນຂນໍ້ມູນຂອງໄດຣວ໌ຊີດີຣອມ ຄວາມໄວໃນການໜູນ (x) ອັດຕາການຖ່າຍໂອນຂໍ້ມູນ (KB/s) 1x 1.350 KB/s 8x 10.800 KB/s 16x 21.600 KB/s ຕາຕະລາງປຽບທຽບຄວາມໄວ ແລະອັດຕາການຖ່າຍໂອນຂນໍ້ມູນຂອງໄດຣວ໌ດີວີດີຣອມ  ມາດຕະຖານຂອງແຜ່ນ DVD-R ແລະ DVD-RW ເປັນມາດຕະຖານຂອງຄ້າຍ DVD Forum ທີ່ ເປັນຄົນວາງມາດຕະຖານຂອງ DVD ໄວ້ແຕ່ເດີມໂດຍຂະຫຍາຍຄວບຄຸມໄປເຖິງ DVD ແບບບັນທຶກໄດ້ ຂໍ້ດີຂອງມາດຕະຖານນີ້ຄື ສາມາດນ ໍາເອົາແຜ່ນນີ້ໄປເປີດໃນໄດຣວ໌ແບບ DVD-ROM ໄດ້ແນ່ນອນເພາະເປັນມາດຕະຖານ ທີ່ ມາຈາກຄ້າຍດຽວກັນໂດຍແບ່ງອອກເປັນ 3 ປະເພດຄື  DVD-R (DVD Recordable) ຄືສາມາດຂຽນຂໍ້ມູນໄດ້ເພີ່ ມລົງໄປໄດ້ຈ ົນກ່ວາຈະເຕັມ ຄວາມຈຸຂອງແຜ່ ໂດຍບໍ່ສາມາດລຶບຂໍ້ມູນທີ່ ຂຽນລົງໄປໃນແຕ່ລະຄັ້ງ ຫຼືທັງໝົດໄດ້ຄວາມຈຸຕໍ່ ແຜ່ນປະມານ 4.7 GB  DVD-RW (DVD Re-Recordable) ສາມາດຂຽນຂໍ້ມູນເພີ່ ມເຕີມລົງໄປໄດ້ຈ ົນກ່ວາ ຈະເຕັມຄວາມຈຸຂອງແຜ່ນ ແລະສາມາດລົບຂໍ້ມູນທັງໝົດທີ່ ໄດ້ຖືກຂຽນລົງໄປນັ້ນ ແລ້ວຂຽນຂໍ້ມູນ ອື່ນຊ ໍ້ າລົງໄປກໃໝ່ໄດ້ຫຼາຍກ່ວາ 1,000 ຄັ້ງ ຄ້າຍຄືກັບ DVD-RAM ຕ່າງກັນທີ່ ຈຸດ DVD-
  31. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 31 RW ຕ້ອງໄດ້ລົບແຜ່ນທັງໝົດເໝືອນກັບ

    CD-RW ແລະໃຊ້ເວລາຟໍຣແມັດແຜ່ດົນກ່ວາ DVD+RW ຄວາມຈຸ 4.7 GB  DVD-RAM ສາມາດຂຽນແລະລົບຂໍ້ມູນໄດ້ຫຼາຍຄັ້ງ ໂດຍບໍ່ຈ ໍ າເປັນລົບຂໍ້ມູນທັງໝົດ ໃນເວລາດຽວເພື່ ອທີ່ ຈະ8ຍນຂໍ້ມູນລົງໄປໃໝ່ ຄວາມຈຸທີ່ ມີຕໍ່ແຜ່ປະມານ 4.7 GB ປະຈຸບັນແຜ່ ຊະນິດນີ້ບໍ່ຄ່ອຍໄດ້ຮັບຄວາມນິຍົມພໍປານໃດ. ຈະຫັນນ ໍາໃຊ້ແຜ່ DVD+R ແລະ DVD+RW ຄື DVD+R ສາມາດຂຽນຂໍ້ມູນເພີ່ ມເຕີມລົງໄປໄດ້ຈ ົນກ່ວາຈະເຕັມຄວາມຈຸຂອງແຜ່ນໂດຍບໍ່ສາມາດ ລົບຂໍ້ມູນທີ່ ຂຽນລົງໄປໃນແຕ່ລະຄັ້ງ ຫຼືທັງໝົດໄດ້ ຄວາມຈຸຕໍ່ ແຜ່ນປະມານ 4.7 GB, ສ່ວນ DVD+RW ສາມາດຂຽນແລະລົບຂໍ້ມູນໄດ້ຫຼາຍຄັ້ງໂດຍບໍ່ຈ ໍ າເປັນຕ້ອງໄດ້ລັບຂໍ້ມູນທັງໝົດໃນເວ ລາດຽວກັນ ເພື່ ອທີ່ ຈະຂຽນຂໍ້ມູນລົງໄປໃໝ່ ສາມາດລຸດບັນໄດ້ທັງແບບເປັນ Session ແລະ packet Writing ຄວາມຈຸຕໍ່ແຜ່ນປະມານ 4.7 GB. ຊີດີ ຫຼືດີວີດີຣອມໄດຣວ໌ພາຍນອກ (External CD/DVD-ROM Drive) ໂດຍທົ່ວໄປເຮົາພົບເຫັນຊີດີ ຫຼືດີວີດີແບບ External CD/DVD ແລະເຄີຍໄດ້ໃຊ້ກັນ ມ ັກຈະເປັນແບບທີ່ ຕິດຕັ້ງໄວ້ຢູ່ພາຍນອກຕົວເຄື່ອງ ຫຼື ສາມາດຫີ້ວໄປໃຊ້ວຽກໃນສະຖານທີ່ ຕ່າງໆ ໄດ້ເຊິ່ງໃນອະດີດມາຈ ົນເຖິງທຸກວັນນີ້ມ ັກນິຍົມໃຊ້ກັນກັບ Notebook ຫຼາຍກ່ວາໃຊ້ກັບເຄື່ອງ ແບບ PC ໂດຍເຊື່ອມຕໍ່ທາງພອຣ໌ດ USB ວິທີການໃຊ້ກໍ່ງ່າຍໆພຽງແຕ່ສຽບສາຍຕໍ່ USB ເຂົ້າ ໃສ່ພອຣ໌ດ USB
  32. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 32 ຂອງຕົວເຄື່ອງເມື່ອຕ້ອງການໃຊ້ວຽກເຄື່ ອງກໍ່ຈະກວດສອບແລະໃຊ້ໄດ້ເລີຍ

    ບົດທີ 5 ພາວເວີຊັບພລາຍ ແລະ ຍູພີເອສ໌ (Power Supply and UPS) 5.1 ພາວເວີຊັບພລາຍ (Power Supply) ເປັນອຸປະກອນຫຼັກທີ່ ຈ່າຍໄຟໃຫ້ກັບສີ້ນສ່ວນ ແລະອຸປະກອນຕ່າງໆທັງໝົດມີຮູບຮ່າງປັນ ກ່ອງສີ່ຫຼ່ຽມຖືກຕິດຕັ້ງໄວ້ຢູ່ພາຍໃນຕົວເຄສ໌ (ສາມາດຖອດປ່ຽນໄດ້) ເຮັດໜ້າທີ່ ແປງແຮງດັນໄຟ ຟ້າສະລັບ (AC) ຕາມບ້ານຈາກ 220 V ໃຫ້ເຫຼືອພຽງແຮງດັນໄຟຟ້າກົງ (DC) 3 ຊຸດຫຼັກໆຄື 3.3 ແລະ 5 V ເພື່ ອຈ່າຍໄຟຟ້າໃຫ້ກັບວົງຈອນສີ້ນສ່ວນອຸປະກອນຕ່າງໆ ແລະ 12 V ເພື່ ອ ຈ່າຍໄຟໃຫ້ກັບມໍເຕີຂອງອຸປະກອນດິສກ໌ໄດຣວ໌ຕ່າງໆ ລວມເຖິງພັດລົມລະບາຍອາກາດອີກດ້ວຍ ປັດຈຸບັນຄວນນ ໍາໃຊ້ພາວເວີຊັບພລາຍທີ່ ມີກ ໍ້ າລັງໄຟຕັ້ງແຕ່ 400 W ຂື້ນໄປທັງນີ້ກໍ່ເພື່ ອ ໃຫ້ພຽງພໍກັບຄວາມຕ້ອງການຂອງສີ້ນສ່ວນຂອງອຸປະກອນຕ່າງໆທັງໝົດທີ່ ຢູ່ພາຍໃນເຄື່ອງຄອມ ພິວເຕີນັ້ນເອງ ສ ໍາລັບແຮງດັນໄຟຟ້າສະລັບ (AC) ຕາມບ້ານ ໂດຍທົ່ວໄປຈະມີຢູ່ 200-250 VAC ພ້ອມກະແສໄຟປະມານ 3.0-6.0 A ແລະຄວາມຖີ່ທີ່ 50 Hz ດັ່ງນັ້ນເພື່ ອສີ້ນສ່ວນອຸປະ ກອນຄອມພິວເຕີຕ່າງໆສາມາດເຮັດວຽກໄດ້ ພາວເວີຊັບພລາຍຈະຕ້ອງແປງແຮງດັນໄຟຟ້າ AC ໃຫ້ເປັນ DC ແຮງດັນຕ ໍ່າໃນລະດັບຕ່າງໆລວມເຖິງປະລິມານຂອງກະແສໄຟຟ້າທີ່ ພຽງພໍສ ໍາລັບ ຊີ້ນສ່ວນອຸປະກອນຕ່າງໆ ໂດຍລະດັບແຮງດັນໄຟ (DC Output) ທີ່ ຖືກຈ່າຍອອກມາຈາກ ພາວເວີຊັບພລາຍແຕ່ລະລຸ້ນ/ຍີ່ຫໍ້ຈະໃກ້ຄຽງກັນ ແຕ່ປະລິມາດສູງສຸດຂອງກະແສໄຟ (Max Current Output) ທີ່ ຖືກຈ່າຍອອກມານັ້ນອາດບໍ່ເທົ່ າກັນ (ແລ້ວແຕ່ລຸ້ນ/ຍີ່ຫໍ້) ເຊິ່ງມີຜົນຕໍ່ການ ນ ໍາໄປຄ ໍານວນຄ່າກ ໍ າລັງໄຟໂດຍລວມ (Total Power) ພາວເວີຊັບພລາຍຕົວນັ້ນຈະສາມາດ ຈ່າຍໄຟໃຫ້ກັບອຸປະກອນຕ່າງໄດ້ເປັນຢ່າງດີ. ແຮງດັນໄຟຂາອອກຂອງພາວເວີຊັບພລາຍ ມາດຕະຖານພາວເວີຊັບພລາຍຂອງເຄື່ອງພີຊີ ໄດ້ຖືກກ ໍ ານົດໃຫ້ມີແຮງດັນໄຟອອກເປັນ ໄຟກົງເພື່ ອໃຊ້ສ ໍາລັບອຸປະກອນຊະນິດຕ່າງໆທີ່ ຕ້ອງການແຮງດັນໄຟຟ້າບໍ່ເທົ່ າກັນ ທັງໄຟບວກ ແລະໄຟລົບ ເມື່ອທຽບກັບລະດັບໄຟ 0 V ໂດຍມີກະແສທີ່ ຈະຕ້ອງຈ່າຍໄດ້ບໍ່ເທົ່ າກັນ (A) ຕາມປະລິມານຄວາມຫຼາຍນ້ອຍໃນການໃຊ້ວຽກ ໃນທີ່ ນີ້ຈະຍົກຕົວຢ່າງລາຍລະອຽດຈາກພາວເວີ
  33. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 33 ຊັບພລາຍຍີ່ຫໍ້ Enermax

    ຕະກຸນ Coolergiant ລຸ້ນ EG701AX-VH(W) ທີ່ ໃຫ້ກ ໍ າລັງໄຟ ໂດຍລວມປະມານ 600 ວັດ (Watt) ເຊິ່ງມີຂໍ້ມູນຕ່າງໆດັ່ງລຸ່ມນີ້ ແຮງດັນໄຟ (DC Output) ປະລິມານກະແສໄຟ (Current Output) ຖືກນ ໍາໄປໃຊ້ວຽກສ ໍາລັບ +3.3V 34A ໃຊ້ກັບເມນບອຣ໌ດ ແລະກຣາດຈໍເປັນຫຼັກ +5V 34A ໃຊ້ກັບເມນບອຣ໌ດ,ແຣມແລະອຸປະກອນດິສກ໌ໄດຣວ໌ ລວມໄປເຖິງພອຣ໌ດຕ່າງໆ +12V1 18A ໃຊ້ກັບຊີພີຍູ,ເມນບອຣ໌ດ,ມໍເຕີຂອງອຸປະກອນດິສກ໌ໄດ ຣວ໌ ຕ່າງໆລວມເຖິງພັດລົມລະບາຍຄວາມຮ້ອນຕ່າງໆ +12V2 18A -12V 0.8A ໃຊ້ຮ່ວມກັບໄຟ+12Vເພື່ ອຈ່າຍໄຟໃຫ້ກັບອຸປະກອນ… +5Vsb 2.5A ເປັນແຮງດັນໄຟສ ໍາຮອງ(Standby Voltage) ທີ່ ໃຊ້ ເປີດ ຫຼື ປຸກການເຮັດວຽກຂອງເຄື່ອງໃຫ້ຕື່ນຈາກສະ ພາວະກຽມພ້ອມ (Standby) 5.2 ອຸປະກອນສ ໍາຮອງໄຟ ແລະປຣັບລະດັບແຮງດັນໄຟອັຕະໂນມ ັດ (UPS) UPS ຫຼື Uninterruptible Power Supply ເປັນຊື່ເອີ້ນອຸປະກອນທີ່ ໃຊ້ໃນການສ ໍາ ຮອງໄຟ ແລະປັບລະດັບແຮງດັນໄຟແບບອັຕະໂນມ ັດ ເຊິ່ງຖ້າເຮົາເຊື່ອມຕໍ່ ອຸປະກອນໄຟຟ້າຈ ໍ າ ພວກຄອມພິວເຕີ,ຈໍພາບ,ໂມເດັມ ແລະອື່ນໆ ເຂົ້າກັບໝໍ້ UPS ເອົາໄວ້ຍາມໃດຖ້າຫາກເກີດໄຟ ຟ້າດັບ ຫຼືໄຟຕົກໄຟເກີນຂື້ນມາໃນລະຫວ່າງໃຊ້ວຽກອຸປະກອນນີ້ຈະຊ່ວຍຈ່າຍກະແສໄຟຈາກ ແບັຕເຕີຣີທີ່ ມີຢູ່ພາຍໃນໃຫ້ກັບອຸປະກອນໄຟຟ້າເຫຼົ່ ານັ້ນທັນທີຊົ່ວໄລຍະເວລາໃດໜື່ ງ ເພື່ ອໃຫ້ເຮົາ ມີເວລາພໍໃນການບັນທືກຂໍ້ມູນທີ່ ຄ້າງຢູ່ເກັບໄວ້ໄດ້ ໂດຍຂໍ້ມູນເຫຼົ່ ນນັ້ນບໍ່ເສຍຫາຍໄປໃນຂະນະທີ່ ໄຟດັບ ອີກທັງຍັງມີວົງຈອນຄວບຄຸມພາຍໃນທີ່ ຈະຄວຍຊ່ວຍປັບລະດັບແຮງດັນໄຟທີ່ ຈ່າຍໃຫ້ກັບ ອຸປະກອນມີສະຖຽນລະພາບສະໝ ໍ່າສະເໝີຕະຫຼອດເວລາທີ່ ໃຊ້ວຽກ ຊິ່ງຈະຊ່ວຍຍືດອາຍຸໃຫ້ກັບ ສີ້ນສ່ວນອຸປະກອນທາງອີເລັກທໍນິກຕ່າງໆໄດ້.
  34. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 34 5.2.1 ປະເພດຂອງອຸປະກອນ

    (UPS) Off-Line ຫຼື Standby UPS ລັກສະນະຂອງໄຟຟ້າທີ່ ຖືກຈ່າຍອອກມາຈາກ UPS ຊະນິດນີ້ຈະຂື້ນຢູ່ກັບຄຸນນະພາບ ຂອງໄຟຟ້າທີ່ ຖືກສົ່ງມາຕາມສາຍໄຟທັ້ງໃຄື່ອງຂອງແຮງດດັນໄຟ (V) ແລະຄວາມຖີ່ (Hz) ກ່າວຄື ຖ້າໄຟຟ້າທີ່ ຖືກສົ່ງມາຕາມສາຍເກີດຜິດພາດໄປຈາກປົກກະຕິ ຈະສົ່ງຜົນໃຫ້ໄຟຟ້າທີ່ ຖືກ ຈ່າຍອອກມາຈາກ UPS ຊະນິດນີ້ເກີດຜິດພາດໄປດ້ວຍ ແຕ່ປະຈຸບັນບໍ່ໄດ້ຮັບຄວາມນິຍົມແລ້ວ. ລັກສະນະຂອງໄຟຟ້າທີ່ ຖືກຈ່າຍອອກມາຈາກ UPS ຊະນິດນີ້ຈະຂື້ນຢູ່ກັບຄຸນນະພາບ ຂອງໄຟຟ້າທີ່ ຖືກສົ່ງມາຕາມສາຍໄຟສະເພາະໃນເລື່ ອງຂອງຄວາມຖີ່ (Hz) ເທົ່ ານັ້ນ ກ່າວຄື ຖ້າ ໄຟຟ້າທີ່ ຖືກສົ່ງມາຕາມສາຍເກີດຜິດພາດໄປຈາກປົກກະຕິຈະສົ່ງຜົນໃຫ້ຄວາມຖີ່ທາງໄຟຟ້າທີ່ ສົ່ງ ມາຈາກ UPS ຊະນິດນີ້ຜິດພາດໄປດ້ວຍ ແຕ່ຈະບໍ່ສົ່ງຜົນຕໍ່ຂະໜາດແຮງດັນຂອງໄຟຟ້າ (V) ທີ່ ຈ່າຍໃຫ້ແຕ່ຢ່າງໃດ ດັ່ານັ້ນ UPS ແບບນີ້ ຈິ່ງເໝາະສ ໍາລັບການນ ໍາໄປໃຊ້ວຽກກັບອຸປະ ກອນ ທີ່ ຕ້ອງການຄຸນພາບແຮງດັນໄຟຟ້າທີ່ ສູງຂື້ນ ແລະ ເໝາະກັບຟື້ນທີ່ ບໍລິເວນທີ່ ລະບົບໄຟຟ້າຂ້ອນ ຂ້າງສະຖຽນ ເຮັດໃຫ້ບໍ່ເກີດບັນເລືອຍໆ ປັດຈຸບັນ UPS ແບບນີ້ເປັນແບບທີ່ ນິຍົມໃຊ້ວຽກກັນ ທົ່ວໄປ. On-Line ຫຼື Doble Conversion UPS ຄຸນນະພາບຂອງໄຟຟ້າທີ່ ຖືກຈ່າຍອອກມາຈາກ UPS ຊະນິດນີ້ ຖືໄດ້ວ່າສົມບູນແບບທີ່ ສຸດ ໂດຍໄຟຟ້າທີ່ ຖືກຈ່າຍອອກມາຈະມີແຮງດັນ ແລະຄວາມຖີ່ທາງໄຟຟ້າຄົທີ່ ຕະຫຼອດເວລາບໍ່ ວ່າຄຸນພາບຂອງໄຟຟ້າທີ່ ຖືກສົ່ງມາຕາມສາຍຈະເປັນເຊັ່ ນໃດກໍຕາມ ດັ່ງນັ້ນ UPS ແບບນີ້ຈິ່ງ ເໝາະສ ໍາລັບການນ ໍາໄປໃຊ້ວຽກກັບອຸປະກອນທີ່ ຕ້ອງການຄຸນນະພາບ ແລະ ສະຖຽນລະພາບ ທາງໄຟຟ້າທີ່ ສູງເລື້ອຍໆ ຫຼືພື້ນທີ່ ບໍລິເວນທີ່ ມ ັກເກີດບັນຫາໄຟຟ້າຕົກ/ເກີນ ຫຼືກະຊາກເລື້ອຍໆ ປັດຈຸບັນ UPS ແບບນີ້ມີລາຄາແພງ ມ ັ ກນິຍົມໃຊ້ໃນວຽກລະບົບເຄືອຄ່າຍຄອມພິວເຕີ ແລະເຊີ ເວີ ລວມໄປເຖິງລະບົບວຽກໃນລະດັບອຸສະຫະກ ໍາ. 5.2.2 ຄຸນສົມບັດຟື້ນຖານກ່ຽວກັບ UPS ທີ່ ຄວນຮູ້ ຄ່າກ ໍາລັງໄຟຟ້າ ຫຼື Power Rating ຂະໜາດຂອງ UPS ມ ັກຖືກເອີ້ນຕາມຈຸດພິກັດຂອງກ ໍ າລັງໄຟຟ້າທີ່ UPS ນັ້ນໆສາ ມາດຜະລິດອອກມາໄດ້ ເຊັ່ ນ VA (ໂວນ-ອ ໍາແປ) ຫຼື KVA (ກິໂລໂວນ-ອ ໍາແປ) ຊິ່ງໂດຍທົ່ວ
  35. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 35 ໄປຈະເຫັນໄດ້ຕັ້ງແຕ່ຂະໜາດ 500

    VA ໄປຈ ົນເຖິງ 1500 VA ສ ໍາລັບໃຊ້ກັບຄອມພິວເຕີ PC ຫຼືຫຼາຍກວ່າ 100.000 VA (100KVA) ຂື້ນໄປກ ໍ າລັບໃຊ້ໃນໂຮງງານອຸດສະຫະກ ໍ າ ຫຼື ສູນຄອມພິວເຕີຂະໜາດໃຫ່ຍ. ຄ່າຕົວປະກອບກ ໍ າລັງທາງໄຟຟ້າ ຫຼື Power Factor ເປັນຕົວບອກເຖິງປະສິດທິພາບ ແລະ ຄວາມສາມາດໃນການຮອງຮັບອຸປະກອນຕໍ່ພວງ (Load) ປະເພດຕ່າງໆທີ່ ຈະນ ໍາມາໃຊ້ຮ່ວມກັບ UPS ຊິ່ງອຸປະກອນ UPS ທີ່ ເໝາະສ ໍາລັບ ການນ ໍາໄປໃຊ້ກັບຄອມພິວເຕີ PC ທົ່ວໄປ ຄວນມີຄ່າ Power Factor ຢູ່ລະຫວ່າງ 0.6-0.8 ເຖິງຈະພຽງພໍຕໍ່ການຮອງຮັບອຸປະກອນຕໍ່ພວງ (Load) ໄດ້ເກືອບທຸກປະເພດ ແຕ່ປັດຈຸບັນ UPS ລາຄາຖືກໆ ມ ັກຈະມີຄ່າ Power Factor ຢູ່ລະຫວ່າງ0.4-0.5 ເທົ່ ານັ້ນ ຊິ່ງຈະບໍ່ພຽງພໍ ຕໍ່ກັບການຮອງຮັບອຸປະກອນ ແຕ່ບາງກໍລະນີອາດເຮັດໃຫ້ UPS ມີອາຍຸການໃຊ້ວຽກສັ້ນລົງ. ໂດຍທົ່ວໄປອຸປະກອນ UPS ມ ັກຈະລະບຸຄ່າ Power Factor ຫຼືຄ່າກ ໍ າລັງໄຟຟ້າສູງ ສຸດທີ່ ຮອງຮັບໄດ້ (Watt) ມາໃຫ້ດ້ວຍນອກເໜືອໄປຈາກ VA ແຕ່ຖ້າໃນກໍລະນີບໍ່ໄດລະບຸຄ່າ Power Factor ມາດ້ວຍເຮົາກໍສາມາດຄ ໍານວນຫາເອງໄດ້ງ່າຍໆ ໂດຍນ ໍາຄ່າກ ໍ າລັງໄຟຟ້າສູງ ສຸດທີ່ ຮອງຮັບໄດ້ (Watt) ຫານດ້ວຍກ ໍ າລັງໄຟຟ້າ (VA) ເຊັ່ ນ ຖ້າ UPS ອັນໜື່ ງຖືກລະບຸໄວ້ ວ່າ 650 VA (390W) ສະແດງວ່າຄ່າ Power Factor ເທົ່ າກັບ 0.6 ໂດຍຄິດຈາກ 390W/650VA ເປັນຕົ້ນ ໃນທາງກ ັບກ ັນຖ້າລະບຸເປັນຄ່າກ ໍ າລັງໄຟຟ້າ (VA) ກັບ Power Factor ມາໃຫ້ເຊັ່ ນ 650VA (PF 0.6) ເຮົາກໍສາມາດຫານຄ່າກ ໍ າລັງໄຟຟ້າສູງສຸດທີ່ ຮອງ ຮັບ ໄດ້ (Watt) ໂດຍຄິດຈາກ 650VA*0.6 ເທົ່ າກັບ 390W ເປັນຕົ້ນ. ໄລຍະເວລາໃນການຈ່າຍໄຟສ ໍາຮອງ ຫຼື Backup Time ອີກຄຸນສົມບັດໜື່ ງທີ່ ເຮົາຄວນຮູ້ວ່າອຸປະກອນ UPS ທີ່ ເຮົາເລືອກໃຊ້ນັ້ນ ສາມາດຈ່າຍ ໄຟສ ໍາຮອງຈາກແບັຕເຕີຣີໃຫ້ກັບອຸປະກອນຕໍ່ພວງຕ່າງໆໄດ້ເປັນໄລຍະເວລານານເທົ່ າໃດ ພາຍ ຫຼັງຈາກການເກີດເຫດໄຟຟ້າດັບ ຫຼືຂັດຂ້ອງຊິ່ງປົກກະຕິແລ້ວຜູ້ຜະລິດໂດຍທົ່ວໄປມ ັກຈະອອກແບບໃຫ້ UPS ມີໄລຍະເວລາໃນ ການຈ່າຍໄຟສ ໍາຮອງທີ່ ສະພາວະ Load ເຕັມພິກັດຢູ່ໃນຊ່ວງລະຫວ່າງ 5-30 ນາທີ ນັ້ນໝາຍ
  36. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 36 ຄວາມວ່າ ຖ້າເຮົາມີຈ

    ໍ ານວນອຸປະໄຟຟ້າທີ່ ເຊື່ອມຕໍ່ໄວ້ກັບ UPS ນ້ອຍ ຫຼືກິນໄຟບໍ່ຫຼາຍ ໄລຍະ ເວລາໃນການຈ່າຍໄຟສ ໍາຮອງກໍ່ຈະກຸ້ມດົນໄປດວ້ຍ. # ໝາຍເຫດ ເຮົາບໍ່ຄວນເຊື່ອມຕໍ່ເຄື່ອງພິນເອກະສານຊະນິດຫົວເຂັມ (Dot Matrix) ຫຼື Laser ເຂົ້າ ກັບໝໍ້ຈ່າຍໄຟ UPS ເນື່ອງຈາກເຄື່ອງພິມຊະນິດດັ່ງກ່າວນີ້ຈະໃຊ້ລະພິມທີ່ ມີກະແສໄຟຟ້າກະ ຊາກ ຊິ່ງບໍ່ເໝາະໃນການໃຊ້ວຽກຮ່ວມກັບ UPS ດັ່ງນັ້ນຈິ່ງມີອຸປະກອນ UPS ບາງລຸ້ນທີ່ ຖືກ ອອກແບບມາໃຫ້ມີເຕົ້າຈ່າຍໄຟສະເພາະກັບເຄື່ອງພິນຊະນິດນີ້ ຊິ່ງຈະບໍ່ຜ່ານລະບົບສ ໍາຮອງໄຟ (UPS).
  37. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 37 ບົດທີ 6

    ຈໍພາບ ແປ້ນພິມ ເມົາສ໌ ແລະລ ໍາໂພງ (Monitor Keyboard Mouse ) 6.1 ຈໍພາບ (Display Monitor) ຈໍພາບແບບ CRT (Cathode Ray Tube) ໃຊ້ຫຼອດພາບແບບດຽວກັນກັບໂທລະທັດຈິ່ງມີລັກສະນະຄ້າຍຄືກັນກັບຈໍໂທລະທັດ (TV) ເກືອບທຸກຢ່າງບໍ່ວ່າຈະເປັນຮູບລັກສະນະພາຍນອກ ຫຼື ການທ ໍາງານພາຍໃນເວັ້ນເສຍແຕ່ບໍ່ມີ ກຣາດຮັບສັນຍານທີວີພາຍໃນຕົວເຄື່ອງ ມີແຕ່ກຣາດຮັບສັນຄອມພິວເຕີເທົ່ ານັ້ນໂດຍມີປຸ່ມປັບ ຕ່າງໆ ເຊັ່ ນ ຄວາມສະຫວ່າງ (Brighness), ຂະໜາດພາບທາງແນວຕັ້ງ ແລະແນວນອນມີ ຢ່າງຫຼວງຫຼາຍ ໂດຍມ ັກສະແດງຕົວລືອກຕ່າງໆ ໃຫ້ເບິ່ງຢູ່ໃນຈໍພາບ ຫຼືເອີ້ນວ່າ OSD (On- Screen Display) ຈໍ CRT ທົ່ວໄປຈະມີຜີວຈໍໂຄ້ງນ້ອຍໜື່ ງ ແຕ່ວ່າລຸ້ນໃໝ່ຈະຜະລິດອອກມາ ຂອນຂ້າງແບນລຽບ ບາງທີກໍເອີ້ນວ່າເປັນຈໍແບນ (Flast Screen CRT) “ແຕ່ຢ່າສັບສົນກັນ ກັບຈໍ LCD” ສະແດງຜົນໄດ້ຊັດເຈນດີພໍສົມຄວນທີ່ ຄວາມລະອຽດຕ່າງໆກັນ ເຊັ່ ນ 800*600, 1024*768 ເປັນຕົ້ນ ການຕໍ່ຈໍ CRT ເຂົ້າກັບເຄື່ອງມ ັກໃຊ້ສັນຍານອານາລ໊ອກ (Analog) ຄອນເນັກເຕີແບບ 15-pin ຈາກກຣ໌າດຈໍທົ່ວໄປ ຊິ່ງໃຫ້ຄຸນນະພາບທີ່ ດີພໍສົມຄວນ ແຕ່ອາດມີ ບັນຫາເລື່ ອງພາບຂະຫຍັບ ຫຼືຕ ໍາແໜ່ງບໍ່ຕົງກັນເມື່ອສະແດງຜົນທີ່ ຄວມລະອຽດຕ່າງກັນ. ເວລາເບິ່ງສະເປັກຈໍໃຫ້ເບິ່ງທີ່ ໄລຍະຫ່າງລະຫວ່າງຈຸດສີເທິງຈໍ (Dot Pitch) ວ່າຕ້ອງ ສ ໍາພັນກັບຂະໜາດຈໍ ແລະຄວາມລະອຽດທີ່ ຄວນໃຊ້ ຈິ່ງຈະໄດ້ພາບທີ່ ຄົມຈ ັດ Dot Pitch ໝາຍເຖິງໄລຍະລະຫວ່າງກຸ່ມຂອງຈຸດສີແດງ ຂຽວ ແລະນ ໍ້ າເງິນ (Triad) ໃນຈໍພາບມີໜ່ວຍວັດ ເປັນມິລີແມັດ ຈໍທີ່ ມີຄວາມລະອຽດສູງຂື້ນຈະມີຂະໜາດຂອງຈຸດນັ້ນນ້ອຍລົງຊິ່ງຖ້າໄລຍະ Dot Pitch ຫຼາຍເກີນໄປພາບທີ່ ປະກົດໃນຈໍ. ຈໍພາບແບບ LCD (Liquid Crystal Display) ເປັນເທັກໂນໂລຢີໃໝ່ໃນການສະແດງຜົນໂດຍໃຫ້ສະແດງສ່ວນຈາກດ້ານຫຼັງ (backlight) ຜ່ານທາດເເຫຼວ ແລະຟິວເຕີຂອງແມ່ສີທັງສາມ (ແດງ, ຂຽວ, ນ ໍ້ າເງິນ) ເກີດເປັນພາບຂື້ນມີ ຂະໜາດບາງແລະ ນ ໍ້ າໜັກເປົາ ເພາະບໍ່ມີການໃຊ້ຫຼອດພາບທີ່ ເປັນແກ້ວຂະໜາດໃຫ່ຍແບບຈໍ CRT ລວມທັງໃຫ້ພາບທີ່ ຄົມຊັດ ແຕ່ມີຂໍ້ຈ ໍ າກັດທີ່ ສາມາດສະຜົນໄດ້ດີທີ່ ສຸດທີ່ ຄວາມລະອຽດທີ່ ກົງ
  38. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 38 ກັບຈຸດທາດເເຫຼວທີ່ ໄດ້ເຮັດມາເທົ່

    ານັ້ນ ຖ້າຕ່າງຈາກນັ້ນຈະບໍ່ຄົມຊັດເໝືອນປົກກະຕິເຊັ່ ນຈໍ LCD ຄວາມລະອຽດ 1024x768 ຖ້າໃຫ້ສະຜົນທີ່ 800x768 ກໍຈະບໍ່ຄົມຊັດເທົ່ າທີ່ ຄວນ. ສັນຍານທີ່ ຕໍ່ໄປຍັງຈໍ LCD ໃນຍຸກທ ໍາອິດນິຍົມໃຊ້ແບບອານາລອ໌ກເຊັ່ ນດຽວກັນກັບຈໍ CLT ແຕ່ປະຈຸບັນນິຍົມໃຊ້ແບບດິຈິຕອລ ທີ່ ເອີນວ່າຄອນເນັກເຕີແບບ DVI (Digital Video Iiterface) ເພາະສາມາດສົ່ງສັນຍານໄປສະແດງພາບຈຸຕໍ່ຈຸເທິງຈໍໄດ້ເລີຍໂດຍກົງ ເຊິ່ໃຫ້ຄຸນ ນະພາບສັນຍານດີກ່ວາເກົ່າຫຼາຍ. 6.1 ແປ້ນພິມ (Keyboard) ເປັນອຸປະກອນທີ່ ຜູ້ໃຊ້ຕ້ອງໄດ້ສ ໍາພັດຄືກັນກັບເມົາສ໌ ການເລືອກໃຊ້ຈິ່ງຂື້ນຢູ່ກັບການຕັດ ສິນໃຈສ່ວນຕົວເປັນສ ໍາຄັນຄີບອຣ໌ດທົ່ວໄປອາດຖືກອກແບບມາຕ່າງກັນແຕ່ມີການຈ ັດລຽນປຸ່ມພິມ ແບບທ ໍາມະດາ ແຕ່ຄີບອຣ໌ດປາງລຸ່ນເປົາ ແລະບາງທີ່ ມີຄວາມສວຍງາມຂື້ນກັບການອອກບແຕ່ ມາດຽວນີ້ຄີບອຣ໌ດພາສາລາວກໍມີຫຼາຍຮ້ານທີ່ ເຮັດຂື້ນມາ(ບໍ່ໄດຕິດສະຕິກເກີພາສາລາວໃສ່). 6.3 ເມົາສ໌ (Mouse) ເປັນອຸປະກອນສ ໍາຄັນໂດຍສະເພາຢ່າງຍິ່ງການເຮັດວຽກໃນແບບກຣາບຝິກທີ່ ມີທັງຮູບ ພາບ ເມນູ ແລະ ປຸ່ມຄວບຄຸມຈ ໍ ານວນຫຼາຍເມົາສ໌ຈະຊ່ວຍໃຫ້ເຮົາໃຊ້ວຽກໄດ້ງ່າຍຂື້ນ ການເຊື່ອມດ້ານ ຫຼັງເຄື່ອງນັ້ນ ໃນອາດີດຫົວຕໍ່ຄອນເນັກເຕີທີ່ ໃຊ້ມ ັກເປັນພອຣ໌ດອະນຸກົມ ແຕ່ຕໍ່ມາໄດມີການພັດ ທະນາສ ໍາລັບເມົາສ໌ແບບ (PS/2) ແຕ່ມາດຽວນີ້ເມົາສ໌ເປັນພອຣ໌ດແບບ USB ເຊິ່ງວ່າເມົາສ໌ໄດ້ ຖືກພັດທະນາຂື້ນມາຫຼາຍແບບຄື. ແບບກົນໄກ (Mechanical) ເປັນແບບທີ່ ໄດ້ໃຊ້ກັນມາດົນນານຕະຫຼອດຊ່ວງທີ່ ຜ່ານມາແລະມີລາຄາທີ່ ຖືກສຸດ ການເຮັດວຽກ ຂອງເມົາສ໌ແບບນີ້ຈະມີລູກບີກົມຢູ່ທີ່ ຟື້ນ ເພື່ ອຄວຍປ່ຽນເມົາສ໌ໃຫ້ເປັນການໝູນ ແລະສົ່ງສັນຍານ
  39. ວິຊາ: A+ ແຕ່ງໂດຍ: ອາຈານ ກິຕາ ສິດທິຮັກປັນຍາ Page 39 ໄປທີ່ ລໍ້ກົນໄກທີ່

    ໝູນຕັດລ ໍາແສງພາຍໃນຕົວເພື່ ອແປງສັນຍານໄຟຟ້າຕໍ່ໄປ ຊື່ງເມື່ອໃຊ້ໄປນານໆ ຈະສະສົມຂີ້ຝຸ່ນໄວ້ພາຍໃນຟື້ນເມົາສ໌ ດັ່ງນັ້ນຕ້ອງໄດ້ໝັ້ນທ ໍາຄວາມສະອາດຢູ່ເລື້ອຍໆ. ແບບໃຊ້ແສງ (Optical) ເປັນແບບທີ່ ນິຍົມໃຊ້ກັນຢູ່ໃນປັດຈຸບັນ ແລະໄດ້ເຂົ້າມາແທນທີ່ ເມົາສ໌ແບບກົນໄກ ເມົສ໌ ແບບນີ້ວຽກໂດຍໃຊ້ແສງສົ່ງລົງໄປທີ່ ຟື້ນແລ້ວສະທ້ອນກັບມາທີ່ ຕົວຮັບເພື່ ອວັດຕ ໍ າແໜ່ງ ຊື່ງຂໍ້ດີ ບໍ່ມີສີ້ນສ່ວນເຄື່ອນໄຫວທີ່ ຂັດຂ້ອງ. ແບບ (Laser) ເໝືອນເມົາສ໌ແບບ Optical ແຕ່ໃຊ້ແສງ Laser ແທນແສງອິນຟຣາເຣດ ເຮັດໃຫ້ມີ ຄວາມແມ່ນຍ ໍາສູງກ່ວາ ແຕ່ລາຄາຂ້ອນຂ້າງແພງ. ແບບໄຮ້ສາຍ (Wireless Mouse) ປັດຈຸບັນເມົາສ໌ແບບບໍ່ມີສາຍໄດ້ຮັບຄວາມນິຍົມຫຼາຍຂື້ນໂດຍສະເພາະຢ່າງຍິ່ງເມົາສ໌ແບບ ນີ້ມີລາຄາຖືກລົງວິທີການແບບບໍ່ມີສາຍ ຄື ແບບໃຊ້ແສງອິນຟຣາເລດກັບແບບໃຊ້ສັນຍາຍຄື່ວິ ທະຍຸ ເຖິງຢ່າງໃດກໍດີອຸປະກອນໄຮ້ສາຍເຫຼົ່ ານີ້ຈະເຮັດວຽກໄດ້ກໍ່ຈະຕ້ອງໄດ້ໃຊ້ຖ່ານ ຫຼືແບັດເຕີ ຣີໃສ່ໄວ້ຢູ່ຂ້າງໃນ.